ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນການພັດທະນາກັບ ລາວ

(VOVWORLD) -  ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນການພັດທະນາກັບ ລາວ. ນີ້ແມ່ນຄຳຢືນຢັນຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, 
ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນການພັດທະນາກັບ ລາວ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກຕ້ອນຮັບ ທ່ານ ບຸນທອງ ຈິດມະນີ

ທີ່ການຕ້ອນຮັບ ທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກຳມະການກວດກາສູນກາງ, ປະທານອົງການກວດກາລັດຖະບານລາວ, ໃນວັນທີ 23 ສິງຫາ. ທີ່ການຕ້ອນຮັບ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ ນັບແຕ່ນີ້ເຖິງທ້າຍປີໃນຂອບເຂດເຫດການ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017”. ຕາງໜ້າລັດຖະບານ ແລະ ປະຊາຊົນຫວຽດນາມ, ທ່ານນາຍົກລັດຖະມົນຕີ ໄດ້ຂອບໃຈການສະໜັບສະໜູນອັນລ້ຳຄ່າເຊິ່ງພັກ-ລັດ, ລັດຖະບານ ແລະ ປະຊາຊົນລາວໄດ້ສະຫງວນໃຫ້ປະຊາຊົນຫວຽດນາມ; ພິເສດແມ່ນຂໍຂອບໃຈລັດຖະບານລາວ ໄລຍະຜ່ານມາໄດ້ເອົາໃຈໃສ່, ຊ່ວຍເຫຼືອ, ອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດຫວຽດນາມ ໃນວິວັດການລົງທຶນຢູ່ລາວຢ່າງທັນການ; ພ້ອມທັງປາຖະໜາວ່າລັດຖະບານລາວ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມລົງທຶນ, ທຳມາຫາກິນຍາວນານຢູ່ລາວ ກວ່າອີກ. ນາຍົກລັດຖະມົນຕີ ກໍ່ໄດ້ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງຄະນະກຳມະການກວດກາສູນກາງ, ຖືວ່າພັກ, ລັດຖະບານສອງປະເທດ ຫວຽດນາມ - ລາວ ຄວນເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນໃນວຽກງານກວດກາພັກ, ເພີ່ມທະວີການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ