ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ໃຫ້​ວິ​ວັດ​ກາ​ນ ບາ​ລີ​ ຍົກ​ສູງ​ບົດ​ບາດ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່, ກົນ​ໄກ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ແລະ ທົ​່​ວ​ໂລ​ກກ່​ວາ​ອີກ

(VOVWORLD) - ເລື່ອງເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມຄັ້ງທີ 14 ນີ້ ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ຢັ້ງຢືນເຖິງຄວາມມານະພະຍາຍາມຂອງຕົນໃນບົດບາດເປັນສະມາຊິກທີ່ຕັ້ງໜ້າຂອງວິວັດການ ບາລີ.
ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ໃຫ້​ວິ​ວັດ​ກາ​ນ ບາ​ລີ​ ຍົກ​ສູງ​ບົດ​ບາດ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່, ກົນ​ໄກ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ແລະ ທົ​່​ວ​ໂລ​ກກ່​ວາ​ອີກ - ảnh 1 ທ່ານ ໂຕແອງຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ (ພາບ:  SGGP)

ຫວຽດນາມ ມີຄວາມປາດຖະໜາຢາກໃຫ້ວິວັດການບາລີຈະພິຈາລະນາຢ່າງຈິງຈັງບັນດາການກຳນົດທິດໃນໄລຍະຈະມາເຖິງເພື່ອຍົກສູງບົດບາດ ແລະ ແລະ ຊຸກຍູ້ການເຊື່ອມຕໍ່ຂອງ ວິວັດການໃນບັນດາກົນໄປການຮ່ວມມືໃນພາກພື້ນ ແລະ ທົ່ວໂລກກ່ວາອີກ. ກ່າວຄຳເຫັນທີ່ກອງປະຊຸມຜູ້ອາວຸໂສຄັ້ງທີ 14 ກຸ່ມປະຕິບັດງານຂອງວິວັດການ ບາລີ ກ່ຽວກັບການປ້ອງກັນ ແລະ ຕ້ານສົ່ງຊາວອົບພະຍົບຜິດກົດໝາຍ, ການຄ້າມະນຸດ, ໂດຍມີການເຂົ້າຮ່ວມຂອງ ຜູ້ແທນ 100 ທ່ານທີ່ມາຈາກ 25 ປະເທດ ແລະ ເຂດແຄ້ວນ, ທ່ານ ໂຕແອງຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດໃຫ້ຮູ້ວ່າ ຄຽງຄູ່ກັບການປ້ອງກັນ ແລະ ຕ້ານການອົບພະຍົບຜິດກົດໝາຍ ແລະ ການຄ້າມະນຸດ, ວິວັດການບາລີຄວນຊັ່ງຊາວາງອອກບັນດາມາດຕະການຊຸກຍູ້ການອົບພະຍົບຖືກກົດໝາຍປອດໄພ ແລະ ຍຸດທະສາດການຮ່ວມມືໃນໄລຍະຈະມາເຖິງ.

        ໂດຍເປັນປະເທດທີ່ເຂົ້າຮ່ວມວິວັດການ ບາລີ ໃນໄລຍະທຳອິດ, ຫວຽດນາມ ເຂົ້າຮ່ວມບັນດາກຸ່ມປະຕິບັດວຽກງານກ່ຽວກັບການປ້ອງກັນ ແລະ ຕ້ານ ການຄ້າມະນຸດ. ເລື່ອງເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມຄັ້ງທີ 14 ນີ້ ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ຢັ້ງຢືນເຖິງຄວາມມານະພະຍາຍາມຂອງຕົນໃນບົດບາດເປັນສະມາຊິກທີ່ຕັ້ງໜ້າຂອງວິວັດການ ບາລີ.

ຕອບກັບ

ຂ່າວ/ບົດ​ອື່ນ