ຫວຽດນາມ ມີນັກທຸລະກິດຍິງນອນໃນ Top 100 ແມ່ຍິງມີສິດອຳນາດທີ່ສຸດໃນໂລກ

(VOVWORLD) - ວາລະສານ Forbes  ກໍ່ຄາດຄະເນວ່າ ຈຳນວນຊັບສົມບັດຂອງເສດຖີເງິນຕື້ຍິງຄົນໜຶ່ງດຽວຂອງ ອຊີຕາເວັນອອກສ່ຽງໃຕ້ ແມ່ນລວມເຖິງ 2,6 ຕື້ USD
ຫວຽດນາມ ມີນັກທຸລະກິດຍິງນອນໃນ Top 100 ແມ່ຍິງມີສິດອຳນາດທີ່ສຸດໃນໂລກ - ảnh 1 ທ່ານນາງ ຫງວຽນທິງເຟືອງຖາວ

ວາລະສານຊື່ດັງ Forbes (ປະເທດ ອາເມລິກາ) ຫາກໍ່ປະກາດບັນຊີລາຍຊື່ແມ່ຍິງ 100 ຄົນທີ່ມີສິດອຳນາດທີ່ສຸດໃນໂລກ, ໃນນັ້ນຜູ້ຕາງໜ້າຂອງ ຫວຽດນາມ ແມ່ນທ່ານນາງ ຫງວຽນທິງເຟືອງຖາວ, ຢືນອັນດັບທີ 44, ເລື່ອນຂຶ້ນ 11 ຂັ້ນເມື່ອທຽບໃສ່ຕາຕະລາງໃນປີ 2017. ວາລະສານ Forbes  ກໍ່ຄາດຄະເນວ່າ ຈຳນວນຊັບສົມບັດຂອງເສດຖີເງິນຕື້ຍິງຄົນໜຶ່ງດຽວຂອງ ອຊີຕາເວັນອອກສ່ຽງໃຕ້ ແມ່ນລວມເຖິງ 2,6 ຕື້ USD, ເພີ່ມຂຶ້ນເມື່ອທຽບໃສ່ຕົວເລກ 1,98 ຕື້ USD ໃນປີ 2017.

        ທ່ານນາງ ຫງວຽນທິເຟືອງຖາວ ແມ່ນປະທານສະພາບໍລິຫານກຸ່ມບໍລິສັດ Sovico Holdings, ຮອງປະທານສະພາບໍລິຫານ, ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດການບິນ Vietjet, ພ້ອມທັງເປັນຮອງປະທານສະພາບໍລິຫານຜູ້ປະຈຳການທະນາຄານ HDBank. ທ່ານນາງ ຫງວຽນທິເຟືອງຖາວ ແມ່ນຜູ້ຮັ່ງມີຜູ້ທີສອງໃນຕະຫຼາດອະສັງຫະລິມະສັບ ຫວຽດນາມ  ຖັດຈາກທ່ານ ຟ້າມເຍີດເວື້ອງ, ປະທານສະພາບໍລິຫານກຸ່ມບໍລິສັດ Vingroup.

ຕອບກັບ

ຂ່າວ/ບົດ​ອື່ນ