ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາປະຕິບັດສົນທິສັນຍາຕ້ານການທຸບຕີທໍລະມານຢ່າງມີປະສິດທິຜົນ

(VOVWORLD) - ຫວຽດນາມ ໃຫ້ຄຳໝັ້ນສັນຍາສະກັດກັ້ນ ແລະ ລົງໂທດທຸກການລະເມີດທີ່ກ່ຽວຂ້ອງເຖິງການທຸບຕີທໍລະມານ, ປະກອບສ່ວນຜັນຂະຫຍາຍການປະຕິບັດສົນທິສັນຍາຕ້ານການທຸບຕີທໍລະມານຢ່າງມີປະສິດທິຜົນ, ເໝາະສົມກັບເງື່ອນໄຂ, ສະພາບຕົວຈິງຂອງ ຫວຽດນາມ.
ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາປະຕິບັດສົນທິສັນຍາຕ້ານການທຸບຕີທໍລະມານຢ່າງມີປະສິດທິຜົນ - ảnh 1 ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາປະຕິບັດສົນທິສັນຍາຕ້ານການທຸບຕີທໍລະມານຢ່າງມີປະສິດທິຜົນ (ພາບ: TTXVN)

 ນີ້ແມ່ນຄຳຢືນຢັນຂອງທ່ານພົນໂທ ເລກຸ໊ຍເວືອງ ຮອງລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໃນຂອບເຂດວາລະສະເໜີ ແລະ ແລກປ່ຽນກ່ຽວກັບບົດລາຍງານລະດັບຊາດຄັ້ງທີ 1 ຂອງ ຫວຽດນາມ ກ່ຽວກັບສົນທິສັນຍາຕ້ານການທຸບຕີທໍລະມານ ໃນວັນທີ 15 ພະຈິກ ຢູ່ເຊີແນວ ປະເທດ ສະວິດ.

        ກ່າວຄຳເຫັນຕໍ່ຄະນະກຳມະການຕ້ານການທຸບຕີທໍລະມານຂອງສະຫະປະຊາຊາດ, ທ່ານພົນໂທ ເລກຸ໊ຍເວືອງ ໄດ້ເນັ້ນໜັກເຖິງບັນດາຜົນງານພົ້ນເດັ່ນຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານການທຸບຕີທໍລະມານ ແລະ ອັບເດັດບັນດາຂໍ້ມູນຂ່າວໃໝ່ ນັບແຕ່ຈຸດເວລາສົ່ງບົດລາຍງານ (ເດືອນ ທັນວາ 2017) ມາຮອດປັດຈຸບັນ. ໃນນັ້ນ ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ລັດຖະບານ ຫວຽດນາມ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຜັນຂະຫຍາຍການປະຕິບັດສົນທິສັນຍາໃນທົ່ວປະເທດຢ່າງຄົບຊຸດ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ໄດ້ຕັ້ງໜ້າຮ່ວມມືກັບບັນດາຄູ່ຮ່ວມມືຕ່າງປະເທດໃນການປ້ອງກັນ, ຕ້ານການທຸບຕີທໍລະມານ, ໂດຍຜ່ານການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບການຈັດຕັ້ງ, ປະຕິບັດສົນທິສັນຍາ…

        ວາລະປ້ອງກັນບົດລາຍງານລະດັບຊາດຄັ້ງທີ 1 ຂອງ ຫວຽດນາມ ກ່ຽວກັບການຕ້ານການທຸບຕີທໍລະມານໄດ້ດຳເນີນໄປໃນບັນຍາກາດທີ່ເຂັ້ມງວດ, ມີການໂອ້ລົມສົນທະນາ ແລະ ແບ່ງປັນ.

ຕອບກັບ

ຂ່າວ/ບົດ​ອື່ນ