ຫວຽດນາມ, ລາວ, ກຳປູເຈຍ ເພີ່ມທະວີການ ຮ່ວມມືປ້ອງກັນຕ້ານອາດຊະຍາກຳ

ຫວຽດນາມ, ລາວ, ກຳປູເຈຍ ເພີ່ມທະວີການ ຮ່ວມມືປ້ອງກັນຕ້ານອາດຊະຍາກຳ - ảnh 1
(ຫວຽດນາມ, ລາວ, ກຳປູ​ເຈຍ ​ເພີ່ມ​ທະວີ​ກາ​ນຮ່ວມ​ມື​ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ)

(vovworld) –  ຫວຽດນາມ, ລາວ, ກຳປູ​ເຈຍ ​ເພີ່ມ​ທະວີ​ກາ​ນຮ່ວມ​ມື​ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ. ນີ້​ແມ່ນ​ຄຳ​ໝັ້ນ​ສັນຍາ​ບັນລຸ​ໄດ້​ລະຫວ່າງ​ການ​ນຳ​ກະຊວງ​ພາຍ​ໃນ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ສປປ.ລາວ ​ແລະ ກະຊວງ​ຕຳຫຼວດ​ຫວຽດນາມ ທີ່​ກອງ​ປະຊຸມ​ລັດຖະມົນຕີ 3 ປະ​ເທດຫວຽດນາມ, ລາວ, ກຳປູ​ເຈຍ  ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳຄັ້ງ​ທີ 2 ​ເຊິ່ງດຳ​ເນີນ​ໄປ​ຢູ່​ນະຄອນ​ດ່າ​ລາດ, ​ແຂວງ​ເລີມ​ດົ່ງ.

        ກອງ​ປະຊຸມ​ໄດ້​ຍົກ​ອອກ​ຖະ​ແຫຼ​ງການ​ຮ່ວມ 8 ຂໍ້, ຊີ້​ແຈ້ງ​ທິດ​ທາງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກຳລັງ​ຕຳຫຼວດ 3 ປະ​ເທດ ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ສົມທົບ​ແກ້​ໄຂ​ບັນຫາ​ພົນລະ​ເມືອງ​ຂອງ​ປະ​ເທດ​ນີ້ ​ໄປ​ອົບ​ພະຍົບຢູ່​ປະ​ເທດ​ອື່ນ; ​ແບ່ງປັນ​ບົດ​ນຽນ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ, ຄວບ​ຄຸມດ້ານຂາ​ອອກ, ຂາ​ເຂົ້າ​ຢູ່​ເຂດ​ຊາຍ​ແດນ…

        ຖະ​ແຫຼ​ງການ​ຮ່ວມ​ກໍ່​ຊີ້​ແຈ້ງວ່າ, ກຳລັງ​ຕຳຫຼວດ 3 ປະ​ເທດ ຈະ​ສືບ​ຕໍ່​ສົມທົບ​ກັນ​ໃນ​ການ​ຄົ້ນພົບ​, ຕໍ່​ສູ້, ສະກັດ​ກັ້ນ​ຢ່າງ​ມີ​ປະສິດທິ​ຜົນ​ບັນດາ​ກົນອຸບາຍ, ​ການ​ເຄື່ອນ​ໄຫວ​ທຳລາຍ, ​ແບ່ງ​​ແຍກ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 3 ປະ​ເທດ; ສົບ​ທົບ​ກັນ​ຕໍ່ສູ້​ກັບ​ບັນດາ​ອາດຊະຍາ​ກຳຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ