ຫວຽດນາມ - ລາວ: ລົງນາມໃນຂໍ້ຕົກລົງການຮ່ວມມືດ້ານຖະແຫຼງຂ່າວ - ສື່ສານ

(VOVWORLD) - ສອງຝ່າຍຈະເພີ່ມທະວີຊຸກຍູ້ການຮ່ວມມືດ້ານສຶກສາຜັນຂະຫຍາຍສ້າງຕັ້ງສູນສຳເນົາສື່ເອເລກໂຕນິກ, ນຳໃຊ້ແຫຼ່ງເງິນທຶນ ODA ຈາກ ລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ບັນດາໂຄງການພັດທະນະຢ່າງມີປະສິດທິຜົນ.
ຫວຽດນາມ - ລາວ: ລົງນາມໃນຂໍ້ຕົກລົງການຮ່ວມມືດ້ານຖະແຫຼງຂ່າວ - ສື່ສານ - ảnh 1ການເຈລະຈາລະຫວ່າງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລະ ກະຊວງຖະແຫຼງຂ່າວ - ວັດທະນະທຳ ແລະ ທ່ອງທ່ຽວ ລາວ.

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນ 11 – 13 ມີນາ, ຕອນບ່າຍວັນທີ 11 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຫງວຽນແມ້ງຮູ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ມີການເຈລະຈາກັບ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ - ວັດທະນະທຳ ແລະ ທ່ອງທ່ຽວ ລາວ. ທີ່ນີ້, ທ່ານ ຫງວຽນແມ້ງຮູ່ງ ໄດ້ສະແດງຄວາມຫວັງວ່າ ສອງຝ່າຍຈະເພີ່ມທະວີຊຸກຍູ້ການຮ່ວມມືດ້ານສຶກສາຜັນຂະຫຍາຍສ້າງຕັ້ງສູນສຳເນົາສື່ເອເລກໂຕນິກ, ນຳໃຊ້ແຫຼ່ງເງິນທຶນ ODA ຈາກ ລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ບັນດາໂຄງການພັດທະນະຢ່າງມີປະສິດທິຜົນ, ຍົກສູງກຳລັງຄວາມສາມາດໃຫ້ແກ່ວິທະຍຸກະຈ່າຍສຽງ - ໂທລະພາບຂອງ ລາວ , ເພີ່ມທະວີການແລກປ່ຽບຄະນະຜູ້ແທນ, ຝຶກອົບຮົມ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ລາວ… ທ່ານ ຫງວຽນແມ້ງຮູ່ງ ຍັງສະເໜີໃຫ້ກະຊວງທັງສອງປະເທດເພີ່ມທະວີການໂຄສະນາຂໍ້ມູນຂ່າວສານກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ວັດທະນະທຳ, ປະເທດຊາດ ແລະ ປະຊາຊົນຂອງແຕ່ລະປະເທດເພື່ອເຮັດໃຫ້ປະຊາຊົນທັງສອງປະເທດນັບມື້ນັບມີຄວາມເຂົ້າໃຈກ່ຽວກັບໄມຕິຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ, ລາວ  - ຫວຽດນາມໃຫ້ເລິກເຊິ່ງກ່ວາອີກ.

ນັກຂ່າວ vov       

ຕອບກັບ

ຂ່າວ/ບົດ​ອື່ນ