ຫວຽດນາມ - ລາວ ເປັນເອກະພາບຕໍ່ແຜນການຄຸ້ມຄອງເຂດຊາຍແດນປີ 2015

ຫວຽດນາມ - ລາວ ເປັນເອກະພາບຕໍ່ແຜນການຄຸ້ມຄອງເຂດຊາຍແດນປີ 2015 - ảnh 1
(ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 24 ລະຫວ່າງ
​ຄະນະ​ຜູ້​ແທນ​​​ເຂດຊາຍ​ແດນ​ຫວຽດນາມ - ລາວ)


(vovworld) – ​ໃນ​ລະຫວ່າງ​ວັນ​ທີ 10 – 12/02, ຢູ່​ນະຄອນຫຼວງວຽງ​ຈັນ, ປະ​ເທດ​ລາວ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 24 ລະຫວ່າງ​ຄະນະ​ຜູ້​ແທນ​​​ເຂດຊາຍ​ແດນ​ຫວຽດນາມ - ລາວ. ທີ່​ກອງ​ປະຊຸມ, 2 ຝ່າຍ​ໄດ້​ສຳ​ຫຼວດ​ກວດກາ​ຄືນ​ສະພາບການ​ສົມທົບ​ກັນ​ໃນ​ວຽກ​ງານ​ຄຸ້ມ​ຄອ​ງ​​ເຂດ​ຊາຍ​ແດນ, ພິ​ເສດ​ແມ່ນ​ການ​ປະ​ຕິ​ບັດ​ສັນຍາ​ກ່ຽວ​ກັບ​ກົດ​ລະບຽບ​ຊາຍ​ແດນ​ແຫ່ງ​ຊາດ​ຫວຽດນາມ - ລາວ, ​ເລື່ອງ​ຜັນ​ຂະຫຍາຍ​ໂຄງການ​ປັກ​ຫຼັກ​ໝາຍ​ຖີ່ ​ແລະ ບູລະນະ​ລະບົບ​ຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ​ຫວຽດນາມ - ລາວ, ຂໍ້​ຕົກລົງ​ຂັ້ນ​ລັດຖະບານ​ກ່ຽວ​ກັບ​ເລື່ອງ​ແກ້​ໄຂບັນຫາ​ປະຊາຊົນ​ອົບ​ພະຍົບ​ຢ່າງ​ເສລີ ​ແລະ ສົມລົດຢ່າງ​ຜິດກົດໝາຍ​ໃນ​ເຂດ​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ, ການ​ຮ່ວມ​ມື​ພັດທະນາ​ເສດຖະກິດ​ສັງຄົມ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ. 2 ຝ່າຍ​ໄດ້​ເປັນ​ເອກະ​ພາບນຳ​ກັນ​ຕໍ່​ແຜນການ, ທິດ​ທາງ, ມາດ​ຕະການ​ເພື່ອ​ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ​ໃຫ້​​ດີກ​ວ່າ​ອີກໃນ​ປີ 2015 ​.

        ​ເນື່ອງ​ໃນ​ໂອກາດ​ນີ້, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ເຂດ​ຊາຍ​ແດນຫວຽດນາມ. ວັນ​ທີ 10/02, ທ່ານ​ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ ທອງ​ລຸນ ສີ​ສຸລິ​ດ ​ເນັ້ນ​ໜັກ​ວ່າ, ​ເລື່ອງ​ປະຕິບັດ​ສຳ​ເລັດໂຄງການ​ປັກ​ຫຼັກ​ໝາຍ​ຖີ່ ​ແລະ ບູລະນະ​ລະບົບ​ຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ​ຫວຽດນາມ - ລາວ ​ໃນ​ປີ 2015 ຈະ​ແມ່ນ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ​ເພື່ອ​ຊົມ​ເຊີຍບັນດາວັນ​ບຸນສຳຄັນຍິ່ງ​ຂອງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ