ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ

(VOVWORLD) - ວັນທີ 20 ກຸມພາ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ແລະ ພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ລາວ ໂດຍທ່ານພົນໂທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງດັ່ງກ່າວ ນຳໜ້າ.
ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ - ảnh 1ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ (ພາບ: VTV) 

ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ເຫັນດີເປັນເອກະພາບຕໍ່ທິດທາງການຮ່ວມມືປີ 2019, ໃນນັ້ນ ມີບັນດາເນື້ອໃນຄື: ສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສົມທົບກັນແກ້ໄຂບັນດາເຫດການທີ່ເກີດໃໝ່, ບໍ່ປະໃຫ້ບັນດາກຳລັງເປັນປໍລະປັກສວຍໃຊ້ໂອກາດເສກສັນປັ້ນແຕ່ງ, ມ້າງເພທຳລາຍ, ກໍ່ຜົນສະທ້ອນເຖິງການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ. ພ້ອມກັນນັ້ນ, ຍູ້ແຮງການສົມທົບ, ແລກປ່ຽນຂໍ້ມູນຂ່າວສານເພື່ອຮັບໃຊ້ຄວາມຮຽກຮ້ອງຕ້ອງການສືບສວນ, ຕໍ່ສູ້ສະກັດກັ້ນການເຄື່ອນໄຫວຂອງບັນດາເປົ້າໝາຍກໍ່ການຮ້າຍ, ອາດຊະຍາກຳຢາເສບຕິດ …; ຊຸກຍູ້ການເຈລະຈາ, ມຸ່ງໄປເຖິງການລົງນາມສັນຍາມອບ-ສົ່ງຜູ້ຖືກຕັດສິນລົງໂທດຈຳຄຸກ, ສັນຍາສົ່ງຜູ້ຮ້າຍຂ້າມແດນ…

        ສິ້ນສຸດການພົບປະເຈລະຈາ, ທ່ານລັດຖະມົນຕີ ໂຕເລີມ ແລະ ທ່ານລັດຖະມົນຕີ ວິໄລ ຫຼ້າຄຳຟອງ ໄດ້ເປັນປະທານພິທີລົງນາມໃນແຜນການຮ່ວມມືປີ 2019 ລະຫວ່າງກະຊວງຕຳຫລວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ