ຫວຽດນາມ - ລາວ ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດພາຍໃນ

(VOVWORLD) - “ຫວຽດນາມ - ລາວ ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດພາຍໃນ” ນັ້ນແມ່ນເນື້ອໃນແລກປ່ຽນລະຫວ່າງທ່ານລັດຖະມົນຕີກະຊວງພາຍໃນ ຫວຽດນາມ ເລຫວີງເຕີນ ແລະ ທ່ານລັດຖະມົນຕີກະຊວງພາຍໃນ ລາວ ຄຳໝັ້ນ ສູນວິເລີດ ທີ່ການເຮັດວຽກໃນວັນທີ 28 ກັນຍາ ຢູ່ ຮ່າໂນ້ຍ. 

ທ່ານລັດຖະມົນຕີ ເລຫວີງເຕີນ ຢືນຢັນວ່າ ກະຊວງພາຍໃນ ຫວຽດນາມ ພ້ອມແລ້ວທີ່ຈະສົ່ງນັກຊ່ຽວຊານໄປຍັງ ລາວ, ສືບຕໍ່ກໍ່ສ້າງພະນັກງານ 2 ປະເທດຕາມເນື້ອໃນຈິດໃຈຮ່ວມມືຂອງ 2 ລັດຖະບານ ແລະ ກະກຽມໃຫ້ແຜນການຕໍ່ໄປ ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມື ຫວຽດນາມ - ລາວ ໄລຍະຕໍ່ໄປ. ສ່ວນຝ່າຍລາວ, ທ່ານລັດຖະມົນຕີ ຄຳໝັ້ນ ສູນວິເລີດ ສະເໜີຝ່າຍ ຫວຽດນາມ ແລກປ່ຽນບົດຮຽນໃນການກໍ່ສ້າງກົງຈັກຈັດຕັ້ງບໍລິຫານ.

ຕອບກັບ

ຂ່າວ/ບົດ​ອື່ນ