ຫວຽດນາມ - ລາວ ແລກປ່ຽນບົດຮຽນກ່ຽວກັບການພັດທະນາເສດຖະກິດສັງຄົມໄລຍະຍາວ

ຫວຽດນາມ - ລາວ ແລກປ່ຽນບົດຮຽນກ່ຽວກັບການພັດທະນາເສດຖະກິດສັງຄົມໄລຍະຍາວ - ảnh 1
ກອງ​ປະຊຸມ “ບົດຮຽນ​​ໃນ​ການກໍ່ສ້າງ​ຍຸດ​ທະສາດ ​ແລະ ​
ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ​ຍາວ​ຂອງ​ຫວຽດນາມ”
(ພາບ: vietnamplus.vn)


(vovworld) –  ວັນ​ທີ 24/06, ຢູ່​ນະຄອນຫຼວງ​ວຽງ​ຈັນ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ລາວ ​ໄດ້​ຈັດ​ກອງ​ປະຊຸມ “ບົດຮຽນ​​ໃນ​ການກໍ່ສ້າງ​ຍຸດ​ທະສາດ ​ແລະ ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ​ຍາວ​ຂອງ​ຫວຽດນາມ”. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ຊ່ຽວ​ຊານ​ຫວຽດນາມ ​ໄດ້​ສະ​ເໜີ​ບັນດາ​ຫົວ​ຂໍ້​ກ່ຽວ​ກັບ​ວິ​ໄສ​ທັດ​ພັດທະນາ​ໄລຍະ​ຍາວ​ຂອງ​ຫວຽດນາມ, ທິດ​ທາງ​ຍຸດ​ທະ​ສາດ​ພັດ​ທະນາ​ໄລຍະ​ຍາວ​ຂອງ​ຫວຽດນາມ; ບາງ​ບັນຫາ​ໃຫຍ່​ຂອງ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ​ ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030; ການ​ສ້າງ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ລາວ​ຮອດ​ປີ 2025 ​ແລະ 2030, ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ລາວ ມີ​ວິ​ໄສ​ທັດສັງ​ລວມ​ໃນ​ຕໍ່ໜ້າ ກໍ່​ຄື​​ໄລຍະ​ຍາວ​ໃນ​ຍຸດ​ທະ​ສາດ​ພັດທະນາ​ປະ​ເທດ​ຊາດ​ຂອງ​ຫວຽດນາມ ​ເຊິ່ງ ລາວ​ມີ​ຄວາມ​ສົນ​ໃຈ, ພ້ອມ​ທັງ ຜ່ານ​ກອງ​ປະຊຸມ​ຄັ້ງ​ນີ້, ຝ່າຍ​ລາວ ​ຈະ​ມີ​ຂໍ້​ມູນ, ບົດຮຽນ​ຕ່ືມ​ອີກ​ໃນກາ​ນສ້າງ​ຮ່າງ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 10 ປີ (2016 - 2025) ​ແລະ ​ແຜນການ 5 ປີ​ຄັ້ງ​ທີ 8 (2016 - 2020) ​​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ ຄັ້ງ​ທີ 10, ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ຕົ້ນ​ປີ 2016. ກອງ​ປະຊຸມ​ໄດ້​ຕີ​ລາຄາ​ສູງ​ບັນດາ​ບັນຫາ​ເຊິ່ງຜູ້​ຊ່ຽວຊານຫວຽດນາມ ສະ​ເໜີ ​ແລະ ປາດ​ຖະໜາວ່າ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ດ້ານ​ວິຊາ​ສະ​ເພາະ​ຢ່າງ​ລະອຽດ ກໍ່​ຄື​ມີ​ວິ​ໄສ​ທັດຍຸດ​ທະ​ສາດ​​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ.
ຂ່າວ/ບົດ​ອື່ນ