ຫວຽດນາມ, ລາວ ແລະ ກຳປູເຈຍ ແກ້ໄຂບັນດາຮົ້ວກີດຂວາງເພື່ອຊຸກຍູ້ການແລກປ່ຽນການຄ້າເຂດຊາຍແດນ

(VOVWORLD) - ເວທີປາໄສໄດ້ສຸມໃສ່ປຶກສາຫາລືແກ້ໄຂບັນດາຮົ້ວກີດຂວາງໃນການຊຸກຍູ້ການລົງທຶນ, ການຄ້າໃຫ້ແກ່ 13 ແຂວງ, ຢູ່ເຂດຊາຍແດນຂອງສາມປະເທດ.
ຫວຽດນາມ, ລາວ ແລະ ກຳປູເຈຍ ແກ້ໄຂບັນດາຮົ້ວກີດຂວາງເພື່ອຊຸກຍູ້ການແລກປ່ຽນການຄ້າເຂດຊາຍແດນ - ảnh 1 ເວທີປາໄສຊຸກຍູ້ການລົງທຶນ - ການຄ້າ - ການທ່ອງທ່ຽວໃນຂອບເຂດກອງປະຊຸມຄະນະກຳມະການປະສານງານເຂດສາມຫຼ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 12.(ພາບ: TTXVN)

ເວທີປາໄສຊຸກຍູ້ການລົງທຶນ - ການຄ້າ - ການທ່ອງທ່ຽວໃນຂອບເຂດກອງປະຊຸມຄະນະກຳມະການປະສານງານເຂດສາມຫຼ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 12 (JCC CLV DTA 12) ໄດ້ດຳເນີນໃນຕອນບ່າຍວັນທີ 9 ມີນາ, ຢູ່ Kratie (ກຳປູເຈຍ). ເວທີປາໄສໄດ້ສຸມໃສ່ປຶກສາຫາລືແກ້ໄຂບັນດາຮົ້ວກີດຂວາງໃນການຊຸກຍູ້ການລົງທຶນ, ການຄ້າໃຫ້ແກ່ 13 ແຂວງ, ຢູ່ເຂດຊາຍແດນຂອງສາມປະເທດ.

       ທີ່ເວທີປາໄສ, ບັນດາຜູ້ແທນໄດ້ໃຫ້ຂໍ້ສັງເກດວ່າ ການຄ້າເຂດຊາຍແດນລະຫວ່າງ ຫວຽດນາມ ແລະ ລາວ, ກຳປູເຈຍ ໃນຊຸມປີຜ່ານມາໂດຍບັນລຸໄດ້ບາດກ້າວພັດທະນາຫຼາຍພໍສົມຄວນແຕ່ຍັງມີຫຼາຍບັນຫາຍັງບໍ່ທັນເຫັນດີເປັນເອກະພາບນຳກັນຄື ການກວດກາຜູ້ໄປມາ, ສິນຄ້າ, ພາຫະນະລະຫວ່າງບັນດາກຳລັງທີ່ມີໜ້າທີ່ຂອງສາມປະເທດ. ຕາມທ່ານ ຫວໍວັນຈຸງ ຮອງຫົວໜ້າກົມລົງທຶນການຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ) ແລ້ວ, 13 ແຂວງນອນໃນເຂດສາມຫຼ່ຽມພັດທະນາ CLV  ຄວນສັງເກດຄືນບັນດາຄວາມຫຍຸ້ງຍາກ, ບໍ່ເຖຶງຖອງດັ່ງກ່າວເພື່ອຫຼີກລ້ຽງໄພຕົກຖອຍຫຼັງ.

ຕອບກັບ

ຂ່າວ/ບົດ​ອື່ນ