ຫວຽດນາມ, ລາວ, ໄທ ໜູນຊ່ວຍໄຟຟ້າໃຫ້ແກ່ ກໍາປູເຈຍ

(VOVWORLD) -ກໍາປູເຈຍ ພວມຂາດແຄນໄຟຟ້າໃຊ້ໃນທົ່ວປະເທດຢ່າງຮ້າຍແຮງ, ຂະແໜງໄຟຟ້າ ກໍາປູເຈຍ ຕ້ອງໄດ້ຮຽກຮ້ອງການໜູນຊ່ວຍຈາກບັນດາປະເທດບ້ານໃກ້ເຮືອນຄຽງ.

ຕາມບົດແຈ້ງຂ່າວ ຂອງຂະແໜງໄຟຟ້າ ກໍາປູເຈຍ ແລ້ວ: ປັດຈຸບັນ, ກໍາປູເຈຍ ພວມຂາດແຄນໄຟຟ້າໃຊ້ໃນທົ່ວປະເທດຢ່າງຮ້າຍແຮງ, ຂະແໜງໄຟຟ້າ ກໍາປູເຈຍ ຕ້ອງໄດ້ຮຽກຮ້ອງການໜູນຊ່ວຍຈາກບັນດາປະເທດບ້ານໃກ້ເຮືອນຄຽງ.

ຫວຽດນາມ, ລາວ, ໄທ ໜູນຊ່ວຍໄຟຟ້າໃຫ້ແກ່ ກໍາປູເຈຍ - ảnh 1 (ພາບປະກອບ)

        ສາເຫດທີ່ພາໄປເຖິງການຂາດແຄນໄຟຟ້າໃຊ້ໃນທົ່ວປະເທດ ແມ່ນ ຍ້ອນ ອາກາດຮ້ອນເອົ້າ ແລະ ສະພາບໄພແຫ້ງແລ້ງບໍ່ຜິດປົກກະຕິ ສະນັ້ນ ຄວາມຕ້ອງການໃນການນໍາໃຊ້ໄຟຟ້າເພີ່ມຂຶ້ນສູງ. ປັດຈຸບັນ, ອໍານາດການປົກຄອງ ກໍາປູເຈຍ ພວມມານະນະຍາຍາມສ້າງແຜນການຕ່າງໆ ເພື່ອແນໃສ່ເພີ່ມປະລິມານໄຟຟ້າໃນໄລຍະຈະມາເຖິງ.

        ໂດຍຕອບສະໜອງຕາມຄວາມຮຽກຮ້ອງຂໍການຊ່ວຍເຫຼືອຈາກຂະແໜງໄຟຟ້າກໍາປະເຈຍ: ຫວຽດນາມ, ລາວ ແລະ ໄທ ແມ່ນສາມປະເທດທໍາອິດໃນພາກພື້ນ ໃຫ້ຄໍາໝັ້ນສັນຍາໜູນຊ່ວຍຂະແໜງໄຟຟ້າ ກໍາປະເຈຍ. ໃນນັ້ນ, ໄທ ຈະສະໜອງ 80 MW, ລາວສະຫຼອງ  10  MW ແລະ ຫວຽດນາມ ຮັກສາປະລິມານໄຟຟ້າທີ່ພວມໝູນຊ່ວຍໃຫ້ກໍາປູເຈຍ ຄືເກົ່າ


ຕອບກັບ

ຂ່າວ/ບົດ​ອື່ນ