ຫວຽດນາມ ສົ່ງເສີມການ ເຄື່ອນໄຫວດ້ານການຄ້າຢູ່ອີຢິບ

ຫວຽດນາມ ສົ່ງເສີມການ ເຄື່ອນໄຫວດ້ານການຄ້າຢູ່ອີຢິບ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 26/01, ສະຖານທູ​ດຫວຽດນາມ ປະຈຳ​ອີ​ຢິບ ສົມທົບ​ກັບ​ຫ້ອງການ​ການ​ຄ້າ​ນະຄອນ Alexandria, ປະ​ເທດ​ອີ​ຢິບ ຈັດ​ຕັ້ງ​ການສົນາໂດຍ​ກົງ​ກັບ​ບັນດາ​ວິ​ສາ​ຫະກິດ​ຂອງ​ນະຄອນ​ດັ່ງກ່າວ ​ເພື່ອ​ແນ​ໃສ່​ຊອກຮູ້ຄວາມ​ຕ້ອງການ ກໍ່​ຄື​ແນະນຳ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ກາ​ລະ​ໂອກາດ​ດຳ​ເນີນ​ທຸລະ​ກິດຢູ່​ຕະຫຼາດ​ຫວຽດນາມ. ​ເຫດການ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະກິດ 17 ​ແຫ່ງ​ທີ່​ຂຶ້ນ​ກັບ​ນະຄອນ Alexandria. ທີ່​ການສົນທະນາ, ຜູ້ຕາງໜ້າ​ອົງການການ​ຄ້າ​ຫວຽດນາມ ປະຈຳ​ອີ​ຢິບ ຟ້າ​ມ​ເທ໋​ເກື່ອງ ​ໄດ້​ແນະນຳ​​ໃຫ້​ບັນດາ​ວິ​ສາ​ຫະກິດ Alexandria ກ່ຽວ​ກັບ​ສະພາບ​ການ​ລວມຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ ກໍ່​ຄື​ບັນດາ​ຂົງ​ເຂດ​ເຄື່ອນ​ໄຫວ​ເຊິ່ງຫວຽດນາມ ມີ​ທ່າ​ແຮງ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອີ​ຢິບ ດ່າວ​ແທ່ງ​ຈຸ​ງ ​ໃຫ້​ຮູ້​ວ່າ, ການ​ພົບ​ປະສົນທະນາ​ໂດຍ​ກົງ​ກັບວິ​ສາ​ຫະກິດ 17 ​ແຫ່ງ​ທີ່​ພວມດຳ​ເນີນ​ທຸລະ​ກິດ ​ຫຼື ຈະດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ​ຈາກ​ກະສິກຳ, ການ​ສົ່ງ​ອອກ, ກົນ​ຈັກ… ພວມບັນລຸຜົນສຳ​ເລັດຢ່າງ​ວດີງາມ ​ແລະ ບັນດາ​ວິ​ສາ​ຫະກິດ​ອີ​ຢິບ ລ້ວນ​ແຕ່​ຕີ​ລາຄາ​ສູງ​ຮູບ​ການ​ພົບ​ປະ​ນີ້.

ຂ່າວ/ບົດ​ອື່ນ