ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາກັບປະຊາຄົມສາກົນກ່ຽວກັບການຮັບປະກັນບໍ່ມີໄພອຶດຫິວ

(VOVWORLD) - ຄະນະຊີ້ນຳແຫ່ງຊາດລາຍການເຄື່ອນໄຫວ “ບໍ່ມີໄພອຶດຫິວ” ຢູ່ ຫວຽດນາມ ໄລຍະ 2016 – 2025 ໄດ້ຮັບສ້າງຕັ້ງເພື່ອແນໃສ່ຕອບສະໜອງລາຍການ “ບໍ່ມີໄພອຶດຫິວ” ຕາມຂໍ້ລິເລີ່ມຂອງ ທ່ານ ເລຂາທິການໃຫຍ່ ສະຫະປະຊາຊາດ. 
ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາກັບປະຊາຄົມສາກົນກ່ຽວກັບການຮັບປະກັນບໍ່ມີໄພອຶດຫິວ - ảnh 1 ພາບປະກອບ

ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາກັບປະຊາຄົມສາກົນກ່ຽວກັບການຮັບປະກັນບໍ່ມີໄພອຶດຫິວ, ນີ້ແມ່ນຄຳຢືນຢັນຂອງທ່ານ ຈີ້ງດີ່ງຢູງ ຮອງນາຍົກລັດຖະມົນຕີ ຫວຽດນາມ ທີ່ວາລະປະຊຸມທຳອິດ ຂອງ ຄະນະຊີ້ນຳແຫ່ງຊາດລາຍການເຄື່ອນໄຫວ “ບໍ່ມີໄພອຶດຫິວ” ຢູ່ ຫວຽດນາມ ໄລຍະ 2016 – 2025, ດຳເນີນໃນວັນທີ 13 ທັນວາ, ທີ່ ຮ່າໂນ້ຍ.

        ທ່ານ ຮອງນາຍົກລັດຖະມົນຕີ ກໍ່ເນັ້ນໜັກວ່າການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ແມ່ນເປົ້າໝາຍທະລຸລ່ວງ, ເຊິ່ງພັກ, ລັດໃຫ້ບຸລິມະສິດປະຕິບັດໃນທັນທີນັບແຕ່ເມື່ອຍາດໄດ້ເອກະລາດ. ມາຮອດປັດຈຸບັນ, ຫວຽດນາມ ຍາດໄດ້ຜົນງານຫຼາຍຢ່າງໃນຂົງເຂດພັດທະນາມະນຸດ, ພິເສດແມ່ນການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ. ລາຍການເຄື່ອນໄຫວແຫ່ງຊາດ “ບໍ່ມີໄພອຶດຫິວ” ຈົນຮອດປີ 2025 ປະຕິບັດເປົ້າໝາຍຮັບປະກັນດ້ານສະບຽງອາຫານຢ່າງພຽງພໍ, ຕອບສະໜອງໂພສະນາການຢ່າງພຽງພໍໃຫ້ປະຊາຊົນເພື່ອແນໃສ່ຍົກສູງກຳລັງແຮງ, ພູມປັນຍາ, ຂອງຊາວ ຫວຽດນາມ.

        ຄະນະຊີ້ນຳແຫ່ງຊາດລາຍການເຄື່ອນໄຫວ “ບໍ່ມີໄພອຶດຫິວ” ຢູ່ ຫວຽດນາມ ໄລຍະ 2016 – 2025 ໄດ້ຮັບການສ້າງຕັ້ງເພື່ອແນໃສ່ຕອບສະໜອງລາຍການ “ບໍ່ມີໄພອຶດຫິວ” ຕາມຂໍ້ລິເລີ່ມຂອງ ທ່ານ ເລຂາທິການໃຫຍ່ ສະຫະປະຊາຊາດ. ລາຍການເຄື່ອນໄຫວວາງອອກ 5 ເປົ້າໝາຍດ້ວຍບັນດາໜ້າທີ່: ຮັບປະກັນສະບຽງອາຫານຢ່າງພຽງພໍໂດຍພື້ນຖານເພື່ອຮັບປະກັນໂພສະນາການຕະຫຼອດປີ.

ຕອບກັບ

ຂ່າວ/ບົດ​ອື່ນ