ຫວຽດນາມ ສ້າງໂຮງຮຽນຢູ່ພາກເໜືອຂອງ ລາວ ເພື່ອເປັນຂອງຂວັນ

(VOVWORLD) -ຕອນເຊົ້າວັນທີ 15 ທັນວາ, ຢູ່ເມືອງບຸນເໜືອ, ແຂວງຜົ້ງສາລີ, ພາກເໜືອຂອງ ລາວ ໄດ້ດຳເນີນພິທີວາງສີລາເລີກໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນປາຍບຸນເໜືອ.

ຫວຽດນາມ ສ້າງໂຮງຮຽນຢູ່ພາກເໜືອຂອງ ລາວ ເພື່ອເປັນຂອງຂວັນ - ảnh 1 ຫວຽດນາມ ສ້າງໂຮງຮຽນຢູ່ພາກເໜືອຂອງ ລາວ ເພື່ອເປັນຂອງຂວັນ

(ພາບ: Vietnam+)

ນີ້ແມ່ນໂຄງການກໍ່ສ້າງໂຮງຮຽນນຳໃຊ້ແຫຼ່ງທຶນຊ່ວຍເຫຼືອ ທີ່ມີມູນຄ່າລົງທຶນຫຼາຍທີ່ສຸດ ນັບແຕ່ກ່ອນມາຮອດປະຈຸບັນ ຂອງລັດຖະບານຫວຽດນາມ ສະຫງວນໃຫ້ລັດຖະບານລາວ, ພ້ອມທັງແມ່ນໜຶ່ງໃນບັນດາກິດຈະກຳກໍ່ສ້າງເພື່ອແນໃສ່ສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ລາວ ແລະ 40 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ.

        ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ຢືນຢັນວ່າ ການຈັດຕັ້ງພິທີວາງສີລາເລີກສ້າງຕັ້ງໂຮງຮຽນມັດທະຍົມຕອນປາຍຍຸນເໜືອ, ແຂວງຜົ້ງສາລີ ດ້ວຍແຫຼ່ງທຶນຊ່ວຍເຫຼືອຂອງລັດຖະບານຫວຽດນາມ ສະແດງໃຫ້ເຫັນຢ່າງຈະແຈ້ງ ຄວາມເອົາໃຈໃສ່ຂອງການນຳສອງຝ່າຍຂັ້ນຕ່າງໆ ສຳລັບພາລະກິດບຳລຸງສ້າງລຸ້ນໜຸ່ມ ຢູ່ແຂວງຜົ້ງສາລີ; ພ້ອມທັງ, ສ້າງຂີດໝາຍອັນດີງາມໃນການພົວພັນຮ່ວມມືລະຫວ່າງສອງແຂວງ ດຽນບຽນ ແລະ ຜົ້ງສາລີ, ລະຫວ່າງສອງຄະນະກຳມະການຮ່ວມມື ກໍ່ຄືລະຫວ່າງສອງປະເທດຕື່ມອີກ.

        ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ, ໃຫ້ຮູ້ວ່າ ກິດຈຳກຳກໍ່ສ້າງໂຄງການໂຮງຮຽນມັດຖະຍົມຕອນປາຍບຸນເໜືອ ມີຄວາມໝາຍສຳຄັນທີ່ສຸດຕໍ່ ແຂວງຜົ້ງສາລີ, ເພາະວ່າ ນີ້ແມ່ນແຂວງຍັງມີຄວາມທຸກຍາກຫຼາຍຢ່າງທີ່ສຸດ ຂອງລາວ.

ຕອບກັບ

ຂ່າວ/ບົດ​ອື່ນ