ຫວຽດນາມ - ອິນເດຍ ເພີ່ມທະວີການຮ່ວມມືໃນທຸກຂົງເຂດ

ຫວຽດນາມ - ອິນເດຍ ເພີ່ມທະວີການຮ່ວມມືໃນທຸກຂົງເຂດ - ảnh 1
ທ່ານ​ປະທານາທິບໍດີ​ອິນ​ເດຍ Pranab Mukherjee
(ພາບ: ibnlive.in.com)

(vovworld) – ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ທ່ານ​ປະທານາທິບໍດີ​ອິນ​ເດຍ Pranab Mukherjee ​ໄດ້​ມາຢ້ຽມຢາມທາງ​ລັດຖະກິດ​​ຫວຽດນາມ ​ແຕ່​ວັນ​ທີ 14 – 17/09. ພາຍຫຼັງ​ພິທີ​ຕ້ອນ​ຮັບ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານປະທານາທິບໍດີອິນ​ເດຍ Pranab Mukherjee ​ໄດ້​ມີ​ການ​ເຈລະຈາ​ກ່ຽວກັບ​ບັນດາ​ບັນຫາ 2 ຝ່າຍ ​ແລະ ພາກ​ພື້ນ, ສາກົນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເຊື່ອ​ໝັ້ນ​ວ່າ, ການ​ຢ້ຽມຢາມ​ຫວຽດນາມ​ຂອງທ່ານປະທານາທິບໍດີອິນ​ເດຍ Pranab Mukherjee ຈະ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ຍິ່ງກວ່າ​ອີກ. 2 ຝ່າຍ​ສູ້​ຊົ​ນນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນລຸ​ລະດັບ 7 ຕື້ USD ​ໃນ​ປີ 2015 ​ມຸ່ງ​ໄປ​ເຖິງຈຸດໝາຍບັນລຸ 15 ຕື້ USD ​ໃນ​ປີ 2020. 2 ຝ່າຍ​ເຫັນ​ດີ​ຍູ້​ແຮງ​ການ​ຮ່ວມ​ມື​ໃນບັນດາ​ຂົງ​ເຂດສຳ​ຫຼວດ​ນ້ຳມັນ​ອາຍ​ແກັດ, ວັດທະນະທຳ, ການທ່ອງທ່ຽວ ​ແລະ ພົວພັນ​ແລກປ່ຽນ​ປະຊາຊົນ. 2 ຝ່າຍ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ຈັດ​ຕັ້ງ​ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ຂອງ 2 ປະ​ເທດ​ໃນ​ປີ 2015 ຢູ່​ຫວຽດນາມ. 2 ຝ່າຍ​ຕີ​ລາຄາ​ສູງ ​ແລະ ​ເຫັນ​ດີ​ສືບ​ຕໍ່​ຮັກສາ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. 2 ຝ່າຍ​ຢືນຢັນ​ຄືນ​ກ່ຽວ​ກັບ​ຄຳ​ໝັ້ນ​ສັນຍາ​ສະໜັບສະໜູນ​ຊຶ່ງ​ກັນ ​ແລະ ກັນ​ໃນ​ການ​ອອກ​ສະໝັກ​ເລືອກ​ຕັ້ງ​ເປັນ​ກຳມະການ​ບໍ່​​ປະຈຳຂອງ​ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ. ການ​ນຳ 2 ທ່ານ​ຍັງ​ເຫັນ​ດີ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຮັບປະກັນ​ຄວາມໝັ້ນຄົງ, ປອດ​ໄພ​ ​ແລະ ​ເສລີພາບ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ການ​ຂັດ​ແຍ້​ງດ້ວຍ​ມາດ​ຕະການ​ໂດຍ​ສັນຕິ​ວິທີ, ປະຕິບັດ​ຕາມ​ກົດໝາຍ​ສາກົນ, ປະຕິບັດ​ຕາມ​ DOC ​ແລະ ສຳ​ເລັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ COC ​ໂດຍ​ໄວ.

     ພາຍຫຼັງ​ການ​ເຈ​ລະ​ຈາ, ການ​ນຳ ທັງ 2 ທ່ານ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ສັນຍາລະຫວ່າງ 2 ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ໃນ​ຂົງ​ເຂດ​ພາສີ, ສັນຍາ​ສິນ​ເຊື່ອ​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ທະນາຄານ​ເອຊິ​ມ​ແບກ​ຂອງອິນ​ເດຍ......

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທີ່​ການ​ຕ້ອນຮັບທ່ານປະທານາທິບໍດີອິນ​ເດຍ Pranab Mukherjee, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຂອງທ່ານປະທານາທິບໍດີອິນ​ເດຍ Pranab Mukherjee ​ຈະ​ເປັນ​ຂີດ​ໝາຍ​ສຳຄັນ, ​ເປີດ​ບັນດາ​ກາລະ​ໂອກາດ​ໃໝ່ ​ເພື່ອ​ນຳ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ພັດທະນາ​ຢ່າງ​​ແຮງ. ທີ່​ການ​ເຈລະຈາ, ທ່ານປະທານາທິບໍດີອິນ​ເດຍ Pranab Mukherjee ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ແລກປ່ຽນ​ຂໍ້​ມູນຂ່າວສານ ​ແລະ ​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ແຕ່ລະ​ປະ​ເທດ. 2 ຝ່າຍ​ເປັນ​ເອກະ​ພາບ​ນຳ​ກັນ​ຊຸກຍູ້​ການ​ຮ່ວມ​ມື, ​ແບ່ງປັນ​ບົດຮຽນ​ລະຫວ່າງ​ 2 ອົງການ​ນິຕິບັນ​ຍັດ ​ແລະ ຮ່ວມ​ມື​ລະຫວ່າງສະພາ​ແຫ່ງ​ຊາດໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ​ເນື່ອງ​ໃນ​ໂອກາດ​ນີ້, ໂດຍຜ່ານ​ທ່ານປະທານາທິບໍດີອິນ​ເດຍ Pranab Mukherjee, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຝາກ​ຄຳເຊື້ອ​ເຊີນ​ການ​ນຳ​ສະພາ​ແຫ່ງ​ຊາດ​ອິນ​ເດຍ ມາ​ຫວຽດນາມ ​ເພື່ອ​ເຂົ້າ​ຮ່ວມກອງ​ປະຊຸມສະມັດ​ຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 (IPU - 132) ​ຢູ່​ຮ່າ​ໂນ້ຍ​ໃນ​ປີ 2015.    ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມມູນິດຫວຽດນາມ ຫງວຽນ​ຟູ້ຈ້ອງ, ທ່ານນາຍົກລັດຖະມົນຕີຫງວຽນເຕີ້ນຢຸງ ກໍ​ໄດ​້​ໃຫ້ການ​ຕ້ອນຮັບປະທານາທິບໍດີ ອິນ​ເດຍ Pranab Mukherjee ຢ່າງ​ສະໜິດສະໜົມ.
   ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ອອກແຈ້ງການຮ່ວມດ້ວຍເນື້ອໃນຄືດັ່ງກ່າວ. 


ຂ່າວ/ບົດ​ອື່ນ