ຫວຽດນາມ - ຮຸງກາຣີ ເຫັນດີເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມ - ຮຸງກາຣີ ເຫັນດີເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1
(ຫວຽດນາມ - ຮຸງກາຣີ ເຫັນດີເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ)

​(vovworld) –  ​ໃນ​ການ​​ໄປ​ປະຕິບັດ​ງານ​ຢູ່​ຮຸງ​ກາງຣີ ​ແຕ່​ວັນ​ທີ 15 – 17/04, ທ່ານລັດຖະມົນຕີ​ຊວ​ຍວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ບຸ​ຍ​ແທງ​ເຊີນ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຮຸງ​ກາຣີ ທ່ານ ​Peter Szijjarto,  ​ແລະ ລັດຖະມົນຕີການ​ຕ່າງ​ປະ​ເທດ, ປະທານ​ຄະນະ​ກຳມາທິການ​ຮຸງ​ກາຣີ ທ່ານ Mikola Istvan, ​ໃນ​ຄະນະ​ກຳມາທິການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຫວຽດນາມ - ຮຸງ​ກາຣີ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ທ່ານລັດຖະມົນຕີ​ຊວ​ຍວ່າການ​ກະຊວງ​ການ​ຕ່າງປະ​ເທດ ບຸ​ຍ​ແທງ​ເຊີນ ດຳ​ເນີນ​ການ​ທາ​ບທາມ​ຄວາມ​ເຫັນ​ດ້ານ​ການ​ເມືອງ​ກັບ​ທ່ານ​ລັດຖະມົນຕີຊ່ວຍ​ວ່າການກະຊວງ​ການ​ຕ່າງປະ​ເທດຮຸງ​ກາຣີ…

        ທີ່​ບັນດາ​ການ​ເ​ຮັດ​ວຽກ, ຝ່າຍ​ຮຸງ​ກາຣີ ຢືນຢັນ​ເລື່ອງ​ພັດທະນາ​ການ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້​ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ​ຫວຽດນາມ ​ແມ່ນ​ບຸລິມະສິດ​ນອນ​ໃນ​ນະ​ໂຍບາຍ​ມຸ່ງ​ໄປ​ເຖິງ​ທິດຕາ​ເວັນ​ອອກ​ຂອງ​ຮຸງ​ກາຣີ. ຝ່າຍ​ຮຸງ​ກາຣີ ຕີ​ລາຄາ​ສູງ​ບັນດາ​ຜົນງານ​​ໃນ​ວິວັດທະນາ​ການ​ປ່ຽ​ນ​ໃໝ່​ຂອງ​ຫວຽດນາມ ​ແລະ  ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ຂອງ​ຫວຽດນາມ ພວມ​ໄປ​ຖືກ​ທິດ. ຝ່າຍ​ຮຸງ​ກາຣີ ​ເຫັນ​ດີ​ສົມທົບ​ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນຢູ່​ສະຫະ​ປະຊາ​ຊາດ ​ແລະ ​ໃນ​ຂອບ​ເຂດ ASEM.  ທ່ານ ​Peter Szijjarto, ຢືນຢັນ​ວ່າ, ຮຸງ​ກາຣີ ສະໜັບສະໜູນ​ການປະຕິບັດ​ສຳ​ລັດການ​​ເຈລະຈາ ​ແລະ ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - EU (FTA) ​ໂດ​​ໄວ້ ​ແລະ ​ເຊື່ອ​ໝັ້ນ​ວ່າ, ​ເລື່ອງ​ລົງ​ນາມ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ, ການ​ລົງທຶນ​ລະ​ຫວ່າງ 2 ປະ​ເທດ​ກວ່າ​ອີກ. 2 ຝ່າຍ​ກໍ່​ເຫັນ​ດີ​ຍູ້​ແຮງ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ທຸກຂົງ​ເຂດ ​ເຊິ່ງຮຸງ​ກາຣີມີ​ທ່າ​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ​. ກ່ຽວກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ຝ່າຍ​ຮຸງ​ກາຣີ ສະໜັບສະໜູນ​ວິທີສຳ​ພັດ​ຂອງຫວຽດນາມ ​ແລະ ​ອາ​ຊຽນ ​ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ, ​ໂດຍສະ​ເພາະ​ແມ່ນສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.

ຂ່າວ/ບົດ​ອື່ນ