ຫວຽດນາມ ຮີບເຮັ່ງໜູນຊ່ວຍບັນດາພົນລະເມືອງຍັງຕິດຄ້າງຢູ່ Nepal

ຫວຽດນາມ ຮີບເຮັ່ງໜູນຊ່ວຍບັນດາພົນລະເມືອງຍັງຕິດຄ້າງຢູ່ Nepal - ảnh 1
(ພາບປະກອບ: baodientu.chinhphu.vn)

​(vovworld) – ພາຍຫຼັງ​ທີ່​​ໄປ​ຮອດ Nepal, ​ໃນ​ລະຫວ່າງ​ວັນ​ທີ 29 – 30/04, ຄະນະ​ປະຕິບັດ​ງານ​ພິ​​ເສດ​ຂອງ​ສະຖານທູດ​ຫວຽດນາມ ປະຈຳ ອິນເດຍ (ທັງ Nepal ​ແລະ Bhutan) ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະຖານທູດ​ອິນ​ເດຍ ປະ​ຈຳ Nepal ​ແລະ ສູນ​ແກ້​ໄຂ​ວິ​ກິດ​ການ​ຂອງ​ອິນ​ໂດຍ ປະຈຳ Kathmandu. ທີ່​ການ​​ເຮັດ​ວຽກ, ຄະນະ​ປະຕິບັດ​ງານ​ພິ​ເສດ ​ໄດ້​ສະ​ເໜີ​ໃຫ້​ຝ່າຍ​ອິນ​ເດຍ ສືບ​ຕໍ່​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ບັນດາ​ພົນລະ​ເມືອງ​ຫວຽດນາມ ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ຄະນະ​ປະຕິ​ບັດ​ງານ ກໍ່​ສົມທົບ​ກັບ​ບໍລິສັດ​ປະກັນ​ໄພ AIG ສ້າງ​ແຜນການ​ນຳ​ບັນດາພົນລະ​ເມືອງ​ຫວຽດນາມ, ​ໃນນັ້ນມີ 5 ​ຄົນ​ພວມ​ຢູ່​ເຂດ​ພູ Namche, ​ເດີນທາງ​ອອກ Nepal ກັບ​ເມືອ​ຫວຽດນາມ ​ໃນ​ໄລຍະ​ໄວ້​ທີ​ສຸດ. ນອກຈາກ​ນັ້ນ, ຄະນະ​ຜູ້​ແທນ​ກໍ່​ໜູນ​ຊ່ວຍ​​ເຄື່ອງ​ຂອງ​ຈຳ​ເປັນ ​ໃຫ້​ກຳມະກອນ​ພົນລະ​ເມືອງຫວຽດນາມ ພວມ​ມີ​ໜ້າ​ຢູ່​ນະຄອນຫຼວງ Kathmandu, ພ້ອມ​ທັງ​ຢັ້ງຢືນ​ບັນຊີ​ລາຍ​ຊື່​ບັນດາ​ຜູ້​ທີ່​ເດີນທາງ​ອອກ​ຈາກ Nepal ຢ່າງ​ປອດ​ໄພ.

ຂ່າວ/ບົດ​ອື່ນ