ຫວຽດນາມ ຮຽກຮ້ອງວິສາຫະກິດ ອົດສະຕາລີ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອົດສະຕາລີ, ວັນທີ 24 ກໍລະກົດ ທີ່ນະຄອນ Sydney, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ແລະ ການນຳບັນດາກະຊວງ, ຂະແໜງການໄດ້ເຂົ້າຮ່ວມການພົບປະກັບບັນດາວິສາຫະກິດ ອົດສະຕາລີ
ຫວຽດນາມ ຮຽກຮ້ອງວິສາຫະກິດ ອົດສະຕາລີ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ - ảnh 1 ທ່ານ ເວືອງດີງເຫວ້ ເຂົ້າຮ່ວມການພົບປະກັບບັນດາວິສາຫະກິດ ອົດສະຕາລີ

ກ່າວຄຳເຫັນຕໍ່ບັນດາວິສາຫະກິດຂອງ ອົດສະຕາລີ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນ ແລະ ຕີລາຄາສູງບັນດາໂຄງການຮ່ວມມືເສດຖະກິດເວົ້າລວມຂອງ ອົດສະຕາລີ ກັບ ຫວຽດນາມ. ລັດຖະບານ ຫວຽດນາມ, ອຳນາດການປົກຄອງບັນດາທ້ອງຖິ່ນຈະສ້າງທຸກເງື່ອນໄຂສະດວກ ແລະ ຮ່ວມເດີນທາງພ້ອມກັບວິສາຫະກິດ ອົດສະຕາລີ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດສຳເລັດຜົນ, ຍາວນານ ແລະ ເປັນປົກກະຕິຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ປາດຖະໜາວ່າ ບັນດາວິສາຫະກິດ ອົດສະຕາລີ ຈະເປີດກ້ວາງບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດກັບ ຫວຽດນາມ ຫລາຍກ່ວາອີກ ໃນບັນດາຂົງເຂດຄື:ເຕັກໂນໂລຊີການຜະລິດ, ພະລັງງານ, ພື້ນຖານໂຄງລ່າງ…ຫວຽດນາມ ກໍ່ປາດຖະໜາຢາກໃຫ້ ວິສາຫະກິດ ອົດສະຕາລີ ເອົາໃຈໃສ່, ເຂົ້າຮ່ວມວິວັດການສ້າງໂຄງປະກອບລະບົບການເງິນ - ທະນາຄານຄືນໃໝ່, ຫັນລັດວິສາຫະກິດເປັນຫຸ້ນສ່ວນ.


ຕອບກັບ

ຂ່າວ/ບົດ​ອື່ນ