ຫວຽດນາມ ເຂົ້າຮ່ວມ ກອງປະຊຸມບັນດາປະເທດສະມາຊິກສົນທິສັນຍາເຊີແນວ ຄັ້ງທີ 4

ຫວຽດນາມ ເຂົ້າຮ່ວມ ກອງປະຊຸມບັນດາປະເທດສະມາຊິກສົນທິສັນຍາເຊີແນວ ຄັ້ງທີ 4 - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ກອງ​ປະຊຸມ​ບັນດາ​ປະ​ເທດ​ສະມາຊິກ​ສົນທິສັນຍາ​ເຊີ​ແນ​ວຄັ້ງທີ 4 ກ່ຽວ​ກັບ​ການ​ປົກ​ປ້ອງ​ສາມັນ​ຊົນ​ໃນ​ສົງ​ຄາມ ​ໄດ້ດຳ​ເນີນ​ໄປ​ໃນ​ວັນ​ທີ 17/12, ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຄະນະ​ຜູ້​ແທນ​ທີ່​ມາ​ຈາກ 126 ປະ​ເທດ​ສະມາຊິກ​ສົນທິສັນຍາ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນຈຸ​ງ​ແທ່ງ, ຫົວ​ຫນ້າ​ຄະນະ​ຜູ້ປະຈຳການ​ຫວຽດນາມ ຢູ່​ຂ້າງ​ສະ​ຫະປະຊາ​ຊາດ, ອົງການ​ການ​ຄ້າ​ໂລກ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນ​ໆຢູ່​ເຊີ​ແນວ ​ເປັນ​ຫົວໜ້າ​ຄະນະ.

        ຫວຽດນາມ ​ໄດ້​ພ້ອມ​ກັບ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ, ຊີ້​ແຈ້ງ​ບັນດາ​ຂໍ້​ກຳນົດ​ຕ່າງໆ​ທີ່ຫ້າມ​ທຸກ​ຝ່າຍ​ດຳ​ເນີນ​ໃນ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ຄື: ການບຸກ​ໂຈມຕີ​ເຂົ້າ​ເປົ້າ​ໝາຍ​ປອດ​ການ​ທະຫານ ​ແລະ ​​ເກີນ​ຂອບ​ເຂດ​​ອະນຸຍາດ ທີ່ກໍ່​ຄວາມ​ເສຍ​ຫາຍ​ເກີນ​ໄປ​ສຳລັບ​ພື້ນຖານ​ໂຄງ​ລ່າງ, ຊັບ​ສົມບັດ​ຂອງພົນລະ​ເມືອງ… ຖະ​ແຫຼ​ງການ​ກໍ່​ຫວນ​ຄືນຄຳ​ເຫັນ​​ໃຫ້​ຄຳປຶກສາ​ຂອງ​ສານ​ຍຸຕິ​ທຳ​ສາກົນ, ຕາມ​ນັ້ນ​ແລ້ວ, ​ເລື່ອງ​ຝ່າຍ​ຢືດຄອງກໍ່ສ້າງ​ກຳ​ແພງ​ພາຍ​ໃນ ​ແລະ ອ້ອມ​ເຂດ Jerusalem ຕາ​ເວັນ​ອອກ ​ແມ່ນ​ຜິດ​ກັບ​ກົດໝາຍ​ມະນຸດ​ສະ​ທຳ​ສາກົນ, ພ້ອມ​ທັງ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງຕໍ່ລະບອບ​ການຄຸ້ມ​ຄອງ ​ແລະ ບາງ​ມາດ​ຕະການ​ໂດຍ​ປະ​ເທດ​ຢືດຄອງດຳ​ເນີນ​ຢູ່​ຜືນ​ແຜ່ນດິນປາ​ແລດ​ສຕິນ…

        ຜ່ານ​ຖະ​ແຫຼ​ງການ​ຮ່ວມ, ບັນດາ​ປະ​ເທດ​ສະມາຊິກ​ສົນ​ທິສັນຍາ ​ໄດ້​ຮຽກຮ້ອງ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ, ​ໃນ​ນັ້ນ​ມີ​ຄະນະ​ກຳມະການ​ສືບສວນ​ກ່ຽວ​ກັບ​ການ​ປະ​ທະ​ກັນຢູ່​ເຂດ​ກາຊາ ​ໂດຍ​ສະພາ​ສິດທິ​ມະນຸດ​ສ້າງ​ຕັ້ງ​ເມື່ອ​ເດືອນ 07/2014 ດຳ​ເນີນ​ການ​ສືບສວນ, ​ເຮັດ​ແຈ້ງ​ໂທດ​ສົງຄາມ, ​ໂທດ​ຕ້ານ​ມະນຸດ​ຢູ່​ເຂດ​ດິນ​​ແດນ​ດັ່ງກ່າວ​ເພື່ອ​ພິພາກສາ.

ຂ່າວ/ບົດ​ອື່ນ