ຫວຽດນາມ ເຂົ້າຮ່ວມ ເວທີປາໄສເສດຖະກິດສາກົນ Saint Petersburg ຄັ້ງທີ 23

(VOVWORLD) -    ເວທີປາໄສເສດຖະກິດສາກົນ Saint Petersburg ປະຈໍາປີ ຄັ້ງທີ 23 (SPIEF – 2019) ໄດ້ໄຂຂຶ້ນຢູ່ສູນວາງສະແດງ “Expoforum” ຢູ່ກຸງເກົ່າ Saint Petersburg. 

        ເວທີປາໄສເສດຖະກິດສາກົນ Saint Petersburg ປະຈໍາປີ ຄັ້ງທີ 23 (SPIEF – 2019) ໄດ້ໄຂຂຶ້ນຢູ່ສູນວາງສະແດງ “Expoforum” ຢູ່ກຸງເກົ່າ Saint Petersburg. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຫງວຽນວັນບິ່ງ, ຫົວໜ້າຄະນະເສດຖະກິດສູນກາງພັກຄອມມູນິດຫວຽດນາມ ນໍາໜ້າເຂົ້າຮ່ວມ.

ຫວຽດນາມ ເຂົ້າຮ່ວມ ເວທີປາໄສເສດຖະກິດສາກົນ  Saint Petersburg ຄັ້ງທີ 23 - ảnh 1ເວທີປາໄສເສດຖະກິດສາກົນ Saint Petersburg ປະຈໍາປີ ຄັ້ງທີ 23 (ພາບ: TTXVN) 

        ໃນໄລຍະຢູ່ Saint Petersburg, ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິ່ງ ຈະເຂົ້າຮ່ວມ ແລະ ກ່າວຄໍາເຫັນຢູ່ວາລະໄຂ SPIEF – 2019, ເຂົ້າຮ່ວມກອງປະຊຸມຄົບຄະນະ ດ້ວຍການເຂົ້າຮ່ວມຂອງທ່ານປະທານາທິບໍດີ ລັດເຊຍ Valadimir Putin; ຄາດວ່າ ທ່ານ ຫງວຽນວັນບິ່ງ ຈະມີການພົບປະກັບທີ່ປຶຶກສາຂອງປະທານາທິບໍດີ ສະຫະພັນລັດເຊຍ, ເລຂາຜູ້ຮັບຜິດຊອບ ເວທີປາໄສ SPIEF – 2019 ແລະ ການນໍາບາງກຸ່ມບໍລິສັດນໍ້າມັນອາຍແກັດໃຫຍ່ຂອງລັດເຊຍ. ໄປຄຽງຄູ່ກັນນັ້ນ, ຄະນະຜູ້ແທນ ຫວຽດນາມ ກໍຈະເຂົ້າຮ່ວມກອງປະຊຸມຈໍານວນໜຶ່ງໃນຂອບເຂດເວທີປາໄສ,ໃນນັ້ນມີກອງປະຊຸມສົນທະນາລະຫວ່າງສະຫະພັນເສດຖະກິດ ອາຊີ - ເອີຣົບ ແລະ ອາຊຽນ.

        ຕາມຄະນະຈັດຕັ້ງແລ້ວ, ມີຜູ້ແທນປະມານ 17.000 ທ່ານ ທີ່ມາຈາກ 140 ປະເທດ ໄດ້ລົງທະບຽນເຂົ້າຮ່ວມເວທີປາໄສ SPIEF – 2019. ດ້ວຍບັນດາຫົວຂໍ້ຕົ້ນຕໍຄື “ກໍານົດທິດໂຄງການດໍາເນີນງານໃຫ້ແກ່ການພັດທະນາແບບຍືນຍົງ”, ເວທີປາໄສປີນີ້ຈະສຸມໃສ່່ປຶກສາຫາລື 4 ຫົວຂໍ້ຄື “ຊອກຫາຄວາມດຸ່ນດ່ຽງໃນພື້ນຖານເສດຖະກິດໂລກ”, “ພື້ນຖານເສດຖະກິດ ລັດເຊຍ: ຫັນບັນດາເປົ້າໝາຍພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ”, “ເຕັກໂນໂລຢີໃນອະນາຄົດໃກ້ໆນີ້” ແລະ “ມະນຸດ ແມ່ນຢູ່ເໜືອກວ່າສິ່ງໃດໝົດ”./.

ຕອບກັບ

ຂ່າວ/ບົດ​ອື່ນ