ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງເຊື່ອມຕໍ່ ອາຊຽນ - ອິນເດຍ

(VOVWORLD) - ໃນບົດກ່າວປາໄສນະທີ່ນີ້, ທ່ານຮອງລັດຖະມົນຕີ ຟານເຕີມ ຢັ້ງຢືນວ່າ: ເຊິ່ງເປັນຄູ່ຮ່ວມມື, ຄູ່ເຈລະຈາສຳຄັນຂອງ ອາຊຽນ, ອິນເດຍ ໄດ້ ແລະ ພວມຮ່ວມມືແໜ້ນແຟ້ນກັບ ອາຊຽນ ຢູ່ຫຼາຍໂຄງການຮ່ວມໃນບັນດາຂົງເຂດອື່ນໆ.

ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງເຊື່ອມຕໍ່ ອາຊຽນ - ອິນເດຍ - ảnh 1

ທ່ານຮອງລັດຖະມົນຕີ ຟານເຕີມ 

(ພາບ: Huy Bình/TTXVN)

ວັນທີ 11 ທັນວາ, ຢູ່ນະຄອນຫຼວງ ນິວເດີລີ, ປະເທດ ອິນເດຍ, ໄຂກອງປະຊຸມຂັ້ນສູງກ່ຽວກັບການເຊື່ອມຕໍ່ ອາຊຽນ ແລະ ອິນເດຍ ດ້ວຍຫົວຂໍ້ “ກຳລັງໜູນໃຫ້ແກ່ການເຊື່ອມຕໍ່ດີຈີຕອນ ແລະ ທຳມະດາ ສຳລັບ ອາຊີ ໃນສະຕະວັດທີ 21”. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຟານເຕີມ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ນຳໜ້າເຂົ້າຮ່ວມກອງປະຊຸມ.

        ໃນບົດກ່າວປາໄສນະທີ່ນີ້, ທ່ານຮອງລັດຖະມົນຕີ ຟານເຕີມ ຢັ້ງຢືນວ່າ: ເຊິ່ງເປັນຄູ່ຮ່ວມມື, ຄູ່ເຈລະຈາສຳຄັນຂອງ ອາຊຽນ, ອິນເດຍ ໄດ້ ແລະ ພວມຮ່ວມມືແໜ້ນແຟ້ນກັບ ອາຊຽນ ຢູ່ຫຼາຍໂຄງການຮ່ວມໃນບັນດາຂົງເຂດອື່ນໆ. ທ່ານຮອງລັດຖະມົນຕີເຊື່ອໝັ້ນວ່າ ກອງປະຊຸມຄັ້ງນີ້ແມ່ນກາລະໂອກາດທີ່ດີເພື່ອປຶກສາຫາລື ແລະ ແບ່ງປັນທັດສະນະກ່ຽວກັບຫຼາຍການເຄື່ອນໄຫວຈະນຳມາເຊິ່ງຜົນປະໂຫຍດ ແລະ ອາດຈະປະຕິບັດໄດ້ໃຫ້ທັງ ອາຊຽນ ແລະ ອິນເດຍ, ນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ຝ່າຍກ້າວຂຶ້ນສູ່ລະດັບສູງໃໝ່. ທ່ານຊີ້ແຈ້ງວ່າ ຫວຽດນາມ ສະໜັບສະໜູນການຮ່ວມມືແໜ້ນແຟ້ນລະຫວ່າງ ອາຊຽນ ແລະ ອິນເດຍ ໃຫ້ດີຍິ່ງ ກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ