ຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ - ສັງຄົມອາຊຽນ ຄັ້ງທີ 12

ຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ - ສັງຄົມອາຊຽນ ຄັ້ງທີ 12 - ảnh 1
ຫວຽດນາມ​ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​ປະຊາ​ຄົມ​
ວັດທະນະທຳ - ສັງຄົມ​ອາ​ຊຽນ ຄັ້ງ​ທີ 12
(ພາບ: molisa.gov.vn)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 29 – 30/09, ກອງ​ປະຊຸມ​ສະພາ​ປະຊາ​ຄົມ​ວັດທະນະທຳ - ສັງຄົມ​ອາ​ຊຽນ (ASCC) ຄັ້ງ​ທີ 12 ດຳ​ເນີນ​ໄປ​ຢູ່​ບາ​ການ, ປະ​ເທດ​ມຽນມາ. ກ່​ອນໜ້າ​ນັ້ນ, ​ໄດ້​ຈັດ​ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ວັດທະ​ນະ​ທຳ - ສັງຄົມ​ອາ​ຊຽນ (SOCA) ​ແລະ ການ​ປະຊຸມ​ກຸ່ມ​ປະຕິບັດ​ງານ​ຂອງ ASCC. ບັນດາ​ລັດຖະມົນຕີ, ຫົວ​ໜ້າ​ຄະນະ​ຮັບຜິດຊອບ​ເສົ້າ​ຄ້ຳ​ວັດທະນະທຳ - ສັງຄົມຂອງ 10 ປະ​ເທດ​ສະມາຊິກ​ອາ​ຊຽນ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫງວຽນ​ແທງ​ຮ່ວາ ນຳ​ໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່​ອນ​ໄຫວ​ຂອງ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ແທງ​ຮ່ວາ ​ໄດ້​ແບ່ງປັນ​ຄວາມ​ມານະ​ພະຍາຍາມ ​ແລະ ຜົນງານ​ເຊິ່ງບັນດາ​ອົງການ​ສັງກັດ​ເສົ້າ​ຄ້ຳປະຊາ​ຄົມວັດທະນະທຳ - ສັງຄົມ​ຂອງ​ຫວຽດນາມ ​ໃນ​ການ​ປະຕິບັດ​ແຜນ​ສັງ​ລວມ ASCC ​ໃນ​ໄລຍະ​ຜ່ານ​ມາ, ກໍ່​ຄືປະຕິບັດ​ບັນດາ​ເນື້ອ​ໃນ​ໃຫ້​ບຸລິມະສິດ​ຂອງ ASCC ​ໃນ​ປີ​ທີ່ມຽນມາ ເປັນ​ປະທານ​. ທ່ານ​ຮອງ​ລັດຖະມົນຕີ ​ເນັ້ນ​ໜັກ​ວ່າ, ອາຊຽນ ຕ້ອງ​ປະຕິບັດສຳ​ເລັດຖະ​ແຫຼງການ​ຮ່ວມ​ອາ​ຊຽນ ກ່ຽວ​ກັບ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ ​ແລະ ​ເນື້ອ​ໃນ​ຮ່າງ​ເອກະສາ​ນ​ໄດ້ຊຸກຍູ້ ​ແລະ ປົກ​ປ້ອງ​ສິດ​ຂອງ​ຄົນ​ງານ​​ອົບ​ພະຍົບ, ກໍ​ຄື​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ​ໂຄສະນາ​ເຜີ​ບ​ແຜ່ກ່ຽວ​ກັບ​ອາ​ຊຽນ ​ເພື່ອ​ແນ​ໃສ່​ຍົກ​ສູງຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ກ່ຽວ​ກັບ​ປະຊາ​ຄົມ… ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ແທງ​ຮ່ວາ ກໍ່​ໄດ້​ຮຽກຮ້ອງ: ບົນ​ພື້ນຖານ​ບັນດາ​ປັດ​ໄຈ​ຕົ້ນ​ຕໍ່​ທີ່​ລັດຖະມົນຕີ ASCC ​​ໄດ້ເຫັນ​ດີ​ເປັນ​ເອກະ​ພາບ, ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ປະຊາ​ຄົມ​ວັດທະນະທຳ - ສັງຄົມ ຕ້ອງ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ສ້າງ​ເນື້ອ​ໃນ​ວັດ​ທະນະ​ທຳ - ສັງຄົມ ​ໃນ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ ​ໄລຍະ​ຫຼັງປີ 2015 ຢ່າງ​ລະອຽດ.

ຂ່າວ/ບົດ​ອື່ນ