ຫວຽດນາມ ເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບຄວາມປອດໄພໃນໂຮງຮຽນຢູ່ ອັກຊັງຕິນ

ຫວຽດນາມ ເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບຄວາມປອດໄພໃນໂຮງຮຽນຢູ່ ອັກຊັງຕິນ - ảnh 1
ຫວຽດນາມ ເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບ
ຄວາມປອດໄພໃນໂຮງຮຽນຢູ່ ອັກຊັງຕິນ
(ພາບ: vietnam+)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 28 – 29/03, ທ່ານ ຫງວຽນ​ດີງທາວ ​​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອັກ​ຊັງ​ຕິນ ພ້ອມ​ກັບ​ຜູ້ຕາງໜ້າ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ໃນ​ໂຮ​ງຮຽນ​ຄັ້ງ​ທີ 2 ​ໂດ​ຍ​ອົງການສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ສະຫະ​ປະຊາ​ຊາດ (UNESCO) ສົມທົບ​ກັບ​ລັດຖະບານ ອັກ​ຊັງ​ຕິນ ຈັດ​ຕັ້ງ​ຢູ່ Buenos Aires. ກອງ​ປະຊຸມ​ໄດ​້​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ເລື່ອງ​ຄື: ຄວາມ​ປອດ​ໄພ​​ໂຮງຮຽນ​ໃນ​ບັນ​ດາການ​ປະ​ທະ​ກັນ​ດ້ວຍ​ອາວຸດ, ສຳ​ຫລວດ​ກວດກາ ​ແລະ ພິພາກສາ​ອາດຊະຍາ​ກຳ​ສົງຄາມ, ສ້າງ​ຕັ້ງ​ຕາໜ່າງການ​ສຶກສາ​ພາຍຫລັງ​ການ​ປະ​ທະ​ກັນ​ດ້ວຍ​ອາວຸດ. ກອງ​ປະຊຸມ​ແບ່ງປັນ​ບົດຮຽນ​ສະກັດ​ກັ້ນ​ການ​ໃຊ້​ຄວາມ​ຮຸ​ນ​ແຮງ, ຮັບປະກັນ​ໃຫ້​ເດັກນ້ອຍ, ນັກຮຽນ​ທັງ​ໝົດ​ລ້ວນ​ແຕ່​ມີ​ສິດ​ໄປ​ໂຮງຮຽນ.

ຕອບກັບ

ຂ່າວ/ບົດ​ອື່ນ