ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາສາກົນກ່ຽວກັບສັງຄົມນິຍົມຢູ່ ລາວ

(VOVWORLD) - ຕອນເຊົ້າວັນທີ 22 ພະຈິກ, ຢູ່ນະຄອນຫລວງ ວຽງຈັນ ປະເທດ ລາວ, ສະຖາບັນວິທະຍາສາດສັງຄົມແຫ່ງຊາດ ລາວ 
ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາສາກົນກ່ຽວກັບສັງຄົມນິຍົມຢູ່ ລາວ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ (ພາບ: ຫວຽດນາມ+)

ໄດ້ຈັດຕັ້ງກອງປະຊຸມສຳມະນາສາກົນກ່ຽວກັບ ສັງຄົມນິຍົມຄັ້ງທີ 5 ດ້ວຍຫົວຂໍ້ວ່າ: “ນຳໃຊ້ທິດສະດີ ມາກ - ເລນິນ ເຂົ້າໃນວິວັດການສ້າງ ສັງຄົມນິຍົມ”. ເຂົ້າຮ່ວມກອງປະຊຸມສຳມະນາ ມີຜູ້ແທນກ່ວາ 100 ທ່ານທີ່ມາຈາກ ຫວຽດນາມ, ຈີນ, ກູບາ ແລະ ສປປ.ເກົາຫຼີ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານສາດສະດາຈານ, ປະລິນຍາເອກ ຟ້າມວັນດຶກ ຮອງປະທານສະພາມະຫາບັນດິດວິທະຍາສາດສັງຄົມ ເປັນຫົວໜ້າຄະນະເຂົ້າຮ່ວມກອງປະຊຸມສຳມະນາ.

ໃນບົດກ່າວປາໄສຂອງຕົນ, ທ່ານສາດສະດາຈານ, ປະລິນຍາເອກ ຟ້າມວັນດຶກ ໃຫ້ຮູ້ວ່າ: ໃນສະພາບຕົວຈິງຂອງການພັດທະນາຂອງສັງຄົມນິຍົມຢູ່ບັນດາປະເທດເດີນຕາມສັງຄົມນິຍົມໃນປັດຈຸບັນ ໄດ້ວາງອອກບັນຫາຫລາຍຢ່າງ ໃຫ້ບັນດາປະເທດຕ້ອງແກ້ໄຂ. ຢືນຢູ່ຕໍ່ໜ້າບັນຫານັ້ນ, ທິດສະດີ ມາກ-ເລນິນ ຄວນມີການປັບຕົວແທດເໝາະຢ່າງແຮງ ເພື່ອຮັບປະກັນ ລັກສະນະທິດສະດີພາທາງ ແລະ ຮັບປະກັນລັກສະນະວິທະຍາສາດ ແລະ ມະຫາຊົນໃນວິວັດ ການສ້າງ ສັງຄົມນິຍົມໃນໂລກ ປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ