ຫວຽດນາມ ເຂົ້າຮ່ວມເວທີປາໄສຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 6

ຫວຽດນາມ ເຂົ້າຮ່ວມເວທີປາໄສຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 6 - ảnh 1
ເວ​ທີ​ປາ​ໄສ​ຄວາມ​ໝັ້ນ​ຄົງ​ສາ​ກົນ ມົດ​ສະ​ກູ ຄັ້ງ​ທີ 6

(vovworld) - ​ ​​ ​ໃນ​ລະ​ຫວ່າງວັນ​ທີ 26 – 27/04, ພົນ​ຕີ ຟ້າມ​ຮົ່ງ​ເຮືອງ ຮອງ​ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ນຳ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ “ເວ​ທີ​ປາ​ໄສ​ຄວາມ​ໝັ້ນ​ຄົງ​ສາ​ກົນ ມົດ​ສະ​ກູ ຄັ້ງ​ທີ 6”. ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ເທື່ອ​ທີ 3 ຂອງ​ເວ​ທີ​ປາ​ໄສ​ມີ​ຫົວ​ຂໍ້​ວ່າ: “ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ: ສ້າງຄວາມ​ດຸ່ນ​ດ່ຽງດ້ານ​ຜົນ​ປະ​ໂຫຍດ ຫຼື ​ປະ​ທະ​ກັນດ້ວຍ​ການ​ໃຊ້​ຄວາມ​ຮຸນ​ແຮງ” ຫົວ​ໜ້າ​ຄະ​ນະ ຫວຽດ​ນາມ ມີ​ບົດ​ທາບ​ທາມ​ຄວາມ​ເຫັນ “ບົດ​ບາດ​ຂອງ​ກຳ​ລັງ​ທະ​ຫານ​ໃນ​ການ​ພົວ​ພັນ​ສາ​ກົນ”. ພົນ​ຕີ ຟ້າມ​ຮົ່ງ​ເຮືອງ ເນັ້ນ​ໜັກ​ວ່າ:

“ປະ​ຈຸ​ບັນ ຫວຽດ​ນາມ ພວມ​ຕັ້ງ​ໜ້າ​ເຂົາ​ຮ່ວມ​​ ບັນ​ດາ​ອົງ​ການ, ບັນ​ດາ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ ແລະ ສາ​ກົນ, ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ດັ່ງ​ກ່າວ ໃນ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບ​ປອດ​ໄພ ແລະ ແກ້​ໄຂ​ການ​ປະ​ທະ​ກັນ. ນັບ​ແຕ່​ປີ 2014 ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ເປັນ​ທາງ​ການ, ສະ​ແດງ​ຄວາມ​ຮັບ​ຜິດ​ຊອບ, ນ້ຳ​ໃຈ​ຮັກ​ຫອມຮັກ​ສັນ​ຕິ​ພາບ​ຂອງ ຫວຽດ​ນາມ, ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ​ຮັກ​ສາ​ສັ​ນ​ຕິ​ພາບ, ຄວາມ​ສະ​ຫງົບ​ປອດ​ໄພ ແລະ ສະ​ຖຽນ​ລະ​ພາບ​ໃນ​ທົ່​ວໂລກ. ຫວຽດ​ນາມ ຈະ​ສືບ​ຕໍ່​ເປີ​ດກ້​ວາງການ​ເຂົ້າ​ຮ່ວມ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ ຂອງ​ສະ​ຫະ​ປະ​ຊາ​ຊາດ, ຖືນີ້​ແມ່ນ​ໜ້າ​ທີ່​ຈຸດ​ສຸມ ແລະ ເປັນ​ປະຈຳ”.


ຕອບກັບ

ຂ່າວ/ບົດ​ອື່ນ