ຫວຽດນາມ ເຊື່ອໝັ້ນຕໍ່ສະພາແຫ່ງຊາດ ແລະ ລັດຖະບານຊຸດໃໝ່ຂອງ ກຳປູເຈຍ ຈະຊີ້ນຳນຳພາປະເທດພັດທະນາສີວິໄລ

(VOVWORLD) - ວັນທີ 18 ສິງຫາ ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບເລື່ອງກະສັດແຫ່ງລາຊະອານາຈັກ ກຳປູເຈຍ Norodom Sihamoni ໄດ້ແຕ່ງຕັ້ງທ່ານ Samdech Techo Hun Sen ເປັນນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ,
ຫວຽດນາມ ເຊື່ອໝັ້ນຕໍ່ສະພາແຫ່ງຊາດ ແລະ ລັດຖະບານຊຸດໃໝ່ຂອງ ກຳປູເຈຍ ຈະຊີ້ນຳນຳພາປະເທດພັດທະນາສີວິໄລ - ảnh 1 ທ່ານນາງ ຫງວຽນທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ທ່ານນາງ ຫງວຽນທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        ຫວຽດນາມ ເປັນປະເທດຖານບ້ານໃກ້ເຮືອນຄຽງຂອງ ກຳປູເຈຍ, ຫວຽດນາມ ຊົມເຊີຍທ່ານ Samdech Techo Hun Sen ຮັບແຕ່ງຕັ້ງເປັນນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ ຈາກກະສັດແຫ່ງລາຊະອານາຈັກ ກຳປູເຈຍ Norodom Sihamoni ຕາມພະລາຊະດຳລັດອອກວັນທີ 17 ສິງຫາ ປີ 2018, ຮັບພາລະກຳສ້າງຕັ້ງລັດຖະບານໃໝ່ ເພື່ອໃຫ້ສະພາແຫ່ງຊາດຊຸດໃໝ່ຮັບຮອງເອົາ.

        ຫວຽດນາມ ເຊື່ອໝັ້ນວ່າ, ສະພາແຫ່ງຊາດ ແລະ ລັດຖະບານໃໝ່ຂອງ ກຳປູເຈຍ ທີ່ໄດ້ສ້າງຕັ້ງຈະສືບຕໍ່ນຳພາປະເທດ ກຳປູເຈຍ ພັດທະນາຢ່າງຈະເລີນຮຸ່ງເຮືອງ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ