ຫວຽດນາມ ເປັນເຈົ້າການສ້າງແຜນການດຳເນີນງານສົ່ງເສີມການຄ້າເຂດ 3 ຫຼ່ຽມພັດທະນາ CLV

(VOVWORLD) - ຜັນຂະຫຍາຍສັນຍາກ່ຽວກັບການສົ່ງເສີມ ແລະ ສ້າງຄວາມສະດວກດ້ານການຄ້າໃຫ້ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຢ່າງມີປະສິດທິຜົນ 
ຫວຽດນາມ ເປັນເຈົ້າການສ້າງແຜນການດຳເນີນງານສົ່ງເສີມການຄ້າເຂດ 3 ຫຼ່ຽມພັດທະນາ CLV - ảnh 1ລັດຖະມົນຕີ 3 ປະເທດໄດ້ລົງນາມໃນເອກະສານກອງປະຊຸມ

ວັນທີ 10 ມີນາ, ທ່ານລັດຖະມົນຕີກະຊວງການຄ້າ ລາຊະອານາຈັກ ກຳປູເຈຍ  Pan Sorasak, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ ສຸພັນ ແກ້ວມີໄຊ ແລະ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໋ຢຸງ ໄດ້ລົງນາມໃນເອກະສານກອງປະຊຸມຄະນະກຳມະການປະສານງານຮ່ວມຄັ້ງທີ 12 ເຂດ 3 ຫຼ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ (JCC CLV DTA 12) ຢ່າງເປັນທາງການ.

        ພາຍຫລັງບັນດາອະນຸກຳມະການ ແລະ ຂັ້ນນັກວິຊາການດຳເນີນກອງປະຊຸມມາເປັນເວລາ 2 ວັນ, ລັດຖະມົນຕີ 3 ປະເທດໄດ້ເຫັນດີເປັນເອກະພາບມອບໃຫ້ຝ່າຍ ຫວຽດນາມ ເປັນເຈົ້າການສ້າງແຜນການດຳເນີນງານ ເພື່ອຜັນຂະຫຍາຍສັນຍາກ່ຽວກັບການສົ່ງເສີມ ແລະ ສ້າງຄວາມສະດວກດ້ານການຄ້າໃຫ້ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຢ່າງມີປະສິດທິຜົນ ແລະ ສ້າງບັນດາແຜນການ, ໂຄງການລະອຽດ ແນໃສ່ປະຕິບັດແຜນການດຳເນີນງານເຊື່ອມຕໍ່ 3 ພື້ນຖານເສດຖະກິດ ກຳປູເຈຍ - ລາວ - ຫວຽດນາມ ຮອດປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ