ຫວຽດນາມ ເພີ່ມທະວີການຮ່ວມມືດ້ານການສຶກສາກັບອົງການລັດຖະມົນຕີກະຊວງສຶກສາບັນດາປະເທດ ອາຊຽນ

(VOVWORLD) - ວັນທີ 23 ກໍລະກົດ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຟຸງຊວນຫຍ້າ
ຫວຽດນາມ ເພີ່ມທະວີການຮ່ວມມືດ້ານການສຶກສາກັບອົງການລັດຖະມົນຕີກະຊວງສຶກສາບັນດາປະເທດ ອາຊຽນ - ảnh 1 ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຟຸງຊວນຫຍ້າ ພ້ອມກັບທ່ານປະທານສະພາລັດຖະມົນຕີກະຊວງສຶກສາ ອາຊີຕາເວັນອອກສ່ຽງໃຕ້ (SEAMEO), ລັດຖະມົນຕີກະຊວງສຶກສາ ແລະ ວັດທະນະທຳ ອິນໂດເນເຊຍ Muhadjir Efendy (ພາບ: TTXVN)

ພ້ອມກັບທ່ານປະທານສະພາລັດຖະມົນຕີກະຊວງສຶກສາ ອາຊີຕາເວັນອອກສ່ຽງໃຕ້ (SEAMEO), ລັດຖະມົນຕີກະຊວງສຶກສາ ແລະ ວັດທະນະທຳ ອິນໂດເນເຊຍ Muhadjir Efendy ໄດ້ພົບປະເຈລະຈາກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງລະຫວ່າງ ຫວຽດນາມ ກັບບັນດາປະເທດສະມາຊິກ SEAMEO ເວົ້າລວມ, ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ເວົ້າສະເພາະ.

        ທີ່ການພົບປະເຈລະຈາ, ທ່ານລັດຖະມົນຕີ ຟຸງຊວນຫຍ້າ ໄດ້ຕີລາຄາສູງການໜູນຊ່ວຍຂອງບັນດາສູນ SEAMEO, ພິເສດແມ່ນສູນ QiTep 3 ແຫ່ງຂອງ ອິນໂດເນເຊຍ (ກ່ຽວກັບຄະນິດສາດ, ວິທະຍາສາດ ແລະ ພາສາສາດ).

        ກ່ຽວກັບການພົວພັນ 2 ຝ່າຍກັບ ອິນໂດເນເຊຍ, ທ່ານລັດຖະມົນຕີ ຟຸງຊວນຫຍ້າ ປາດຖະໜາວ່າ: ໃນໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄູອາຈານ ແລະ ນັກຮຽນ; ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນການສຶກສາ, ແລກປ່ຽນບົດຮຽນລະຫວ່າງ 2 ປະເທດ, ຈາກນັ້ນ ສ້າງເງື່ອນໄຂພັດທະນາການເຄື່ອນໄຫວຮ່ວມມືໃນຂົງເຂດການສຶກສາ.


ຕອບກັບ

ຂ່າວ/ບົດ​ອື່ນ