ຫວຽດນາມ ເພີ່ມທະວີການຮ່ວມມືປ້ອງກັນຕ້ານຢາເສບຕິດ 2 ຝ່າຍກັບ ລາວ ແລະ ກຳປູເຈຍ

(VOVWORLD) -  ໃນຂອບເຂດເຂົ້າຮ່ວມກອງປະຊຸມ 3 ຝ່າຍຂັ້ນລັດຖະມົນຕີຄັ້ງທີ 17 ລະຫວ່າງ ຫວຽດນາມ, ລາວ, ແລະ ກຳປູເຈຍ ກ່ຽວກັບການຮ່ວມມືປ້ອງກັນຕ້ານຢາເສບຕິດ ຢູ່ນະຄອນຫລວງ ວຽງຈັນ.

ຫວຽດນາມ ເພີ່ມທະວີການຮ່ວມມືປ້ອງກັນຕ້ານຢາເສບຕິດ 2 ຝ່າຍກັບ ລາວ ແລະ ກຳປູເຈຍ - ảnh 1  ທ່ານພົນໂທ ເວກີວເວືອງ, ຮອງລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ

ໃນລະຫວ່າງວັນທີ 6 – 7 ທັນວາ, ທ່ານພົນໂທ ເວກີວເວືອງ, ຮອງລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ພ້ອມກັບຄະນະຜູ້ແທນ ໄດ້ໂຮມປະຊຸມ 2 ຝ່າຍກັບທ່ານພົນຕີ ສົມຫວັງ ທຳມະສິດ ຫົວໜ້າຄະນະຜູ້ແທນ ລາວ ແລະ ທ່ານພົນເອກ Chusovan ຫົວໜ້າຄະນະຜູ້ແທນ ກຳປູເຈຍ ຕາມລຳດັບ.

        ທີ່ການພົບປະ 2 ຝ່າຍກັບຄະນະຜູ້ແທນ ລາວ, ກໍ່ຄືໃນກອງປະຊຸມ 2 ຝ່າຍກັບຄະນະຜູ້ແທນ ກຳປູເຈຍ, ບັນດາຝ່າຍໄດ້ຕີລາຄາສູງໝາກຜົນແຫ່ງການຮ່ວມມືປ້ອງກັນ, ຕ້ານຢາເສບຕິດລະຫວ່າງ ຫວຽດນາມ ກັບ ລາວ ແລະ ຫວຽດນາມ ກັບ ກຳປູເຈຍ ໃນໄລຍະຜ່ານມາ; ຢັ້ງຢືນບັນດາໝາກຜົນແຫ່ງການຮ່ວມມືລະຫວ່າງບັນດາກຳລັງປ້ອງກັນ, ຕ້ານຢາເສບຕິດຂອງ ຫວຽດນາມ ກັບ ລາວ ກໍ່ຄືຂອງ ຫວຽດນາມ ກັບ ກຳປູເຈຍ ໄດ້ປະກອບສ່ວນສະກັດກັ້ນ, ພົບເຫັນ ແລະ ຈັບຕົວອາດຊະຍາກອນຊື້-ຂາຍ, ຂົນສົ່ງຢາເສບຕິດຜ່ານຊາຍແດນ. ຜ່ານນັ້ນ, ສ້າງບາດກ້າວຫັນປ່ຽນໃນວຽກງານປ້ອງກັນ, ຕ້ານອາດຊະຍາກອນ ແລະ ປະກອບສ່ວນປົກປັກຮັກສາຄວາມສະຫງົບປອດໄພຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນລະຫວ່າງ ຫວຽດນາມ ກັບ ລາວ ແລະ ລະຫວ່າງ ຫວຽດນາມ ກັບ ກຳປູເຈຍ ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ