ຫວຽດນາມ ແບ່ງປັນບົດຮຽນລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກຢູ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ

(VOVWORLD) - ວັນທີ 17 ຕຸລາ, ຄະນະກຳມະການບັນດາບັນຫາເສດຖະກິດ ແລະ ການເງິນ ຂຶ້ນກັບ ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ປຶກສາຫາລືຫົວເລື່ອງ “ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ແລະ ບັນດາບັນຫາພັດທະນາອື່ນ” ໃນໂຄງການດຳເນີນງານຂອງກອງປະຊຸມສະມັດຊາໃຫຍ່ຊຸດທີ 73.

ຫວຽດນາມ ແບ່ງປັນບົດຮຽນລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກຢູ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ - ảnh 1 ທ່ານນາງເອກອັກຄະລັດຖະທູດ ຟ້າມທິກິມແອງ ຮອງຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສະປະຊາຊາດ (ພາບ: TTXVN )

ທີ່ວາລະປຶກສາຫາລື, ບັນດາປະເທດໄດ້ແບ່ງປັນບົດຮຽນແຫ່ງຊາດໃນການລົບລ້າງຄວາມທຸກຍາກ, ຍົກໃຫ້ເຫັນສິ່ງທ້າທາຍຕ່າງໆ ສຳລັບຄວາມມານະພະຍາຍາມດັ່ງກ່າວ.

        ຜູ້ຕາງໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳສະຫະປະຊາຊາດໄດ້ມີບົດກ່າວປາໄສທີ່ກອງປະຊຸມປຶກສາຫາລື, ໃນນັ້ນ ໄດ້ຍົກອອກບັນດາຜົນງານຂອງ ຫວຽດນາມ ໃນການ ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ  ແລະ ບັນດາສິ່ງທ້າທາຍໃຫຍ່ ເຊິ່ງ ຫວຽດນາມ ພວມປະເຊີນໜ້າໃນການປະຕິບັດການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ. ຫວຽດນາມ ກໍ່ຮຽກຮ້ອງ ສະຫະປະຊາຊາດ ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການປະຕິບັດເປົ້າໝາຍລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ໂດຍຜ່ານການສະໜອງແຫຼ່ງກຳລັງ, ໃຫ້ຄຳປຶກສາດ້ານນະໂຍບາຍສັງລວມ…ບົດກ່າວປາໄສຂອງ ຫວຽດນາມ ໄດ້ຮັບຄວາມສົນໃຈ, ເຫັນດີເຫັນພ້ອມຈາກບັນດາປະເທດ, ພິເສດແມ່ນບັນດາປະເທດພວມພັດທະນາ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ