ຫວຽດນາມ ແມ່ນບຸລິມາສິດໃນນະໂຍບາຍມຸ່ງໄປສູ່ອາຊີ - ປາຊີຟິກ ຂອງເມກຊີໂກ

ຫວຽດນາມ ແມ່ນບຸລິມາສິດໃນນະໂຍບາຍມຸ່ງໄປສູ່ອາຊີ - ປາຊີຟິກ ຂອງເມກຊີໂກ - ảnh 1
ຫວຽດນາມ ​ແມ່ນ​ນໜຶ່ງ​ໃນ​ບັນດາ​ນະ​ໂຍບາຍ​ບຸລິມະສິດ​
ມຸ່ງ​ໄປ​ສູ່​ອາຊີ - ປາຊີ​ຟິກ ຂອງ​ເມກ​ຊີ​ໂກ
(ພາບ: baotintuc.vn)

(vovworld) – ຫວຽດນາມ ​ແມ່ນ​​ບຸລິມະສິດໃນ​​ນະ​ໂຍບາຍ​ມຸ່ງ​ໄປ​ສູ່​ອາຊີ - ປາຊີ​ຟິກ ຂອງ​ເມກ​ຊີ​ໂກ. ນີ​ແມ່ນ​ຄຳ​ຢືນຢັນ​ຂອງ​​ສະມາຊິກ​ສະພາ​ສູງທ່ານ Teofilo Torres Corzo, ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ​ອາຊີ​ - ປະ​ຊີ​ຟິກ, ສະພາ​ສູງ​ເມກ​ຊີ​ໂກ ທີ່​ການ​ຕ້ອນຮັບ​ທ່ານ​ນາງເອກ​ອັກຄະ​ລັດຖະທູດ​ຫວຽ​ດນາມ ​ເລ​ລິງ​ລານ ​ໃນ​ວັນ​ທີ 27/11. ທ່ານ​ສະມາຊິກ​ສະພາ​ສູງ Torres Corzo ​ໄດ້​ຍ້ອງຍໍ ​ແລະ ອວຍພອນ​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ, ສັງຄົມ​ເຊິ່ງຫວຽດນາມ ບັນລຸ​ໄດ້​ ຜ່ານ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ​ປ່ຽນ​ໃໝ່ ​​ແລະ​ ​ນຳ​ໃຊ້​ບັນດາ​ນະ​ໂຍບາຍ​ເສດຖະກິດ​ຢ່າງ​ມີ​ໄຫວ​ພິບ. ຕາມ​ທ່ານ​ແລ້ວ, ລັດຖະບານ​ຫວຽດນາມ ​ໄດ້​ກຳນົດ​ບັນດາ​ທ່າ​​ແຮງ​ພັດທະນາຢ່າງ​ຖືກຕ້ອງ ​ແລະ ນຳ​ເອົາທ່າ​ແຮງ​ນັ້ນ​ເຂົ້າ​​ໃນໂຄງການ​ພັດທະນາ​ປະ​ເທດ​ຊາດ ​​ເພື່ອ​ແນ​ໃສ່​ບັນລຸ​ປະສິດທິ​ຜົນ​ສູງ​ສຸດ ​ແລະ ກໍ່ຕາມ​ທ່ານ​ສະມາຊິກ​ສະພາ​ສູງ Torres Corzo ແລ້ວ, ​ເມກ​ຊີ​ໂກ ຕີ​ລາຄາ​ສູງ ການ​ຖື​ເປັນ​ສຳຄັນ​ຂອງ​ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ​ຫວຽດນາມ ສຳລັບ​ສະພາ​ແຫ່ງ​ຊາດ​ເມກ​ຊີ​ໂກ, ​ໃນ​ນັ້ນ​ມີ​ກຳມ​າທິການ​ການຕ່າງ​ປະ​ເທດ​ອາຊີ - ປາຊີ​ຟິກ. ທ່ານ​ເຊື່ອ​ໝັ້ນ​ວ່າ, 2 ປະ​ເທດ​ຈະ​ສືບ​ຕໍ່​ຊຸກຍູ້ ​ແລະ ​ເປີດ​ກວ້າງ​ການ​ພົວພັນ 2 ຝ່າຍ​ທີ່​ດີງາມ​ໃນ​ປະຈຸ​ບັນຜ່ານ​ບັນດາ​ໂຄງການ​ຮ່ວມ​ມື​ໃຫຍ່ ​ເພື່ອ​ຜົນ​ປະ​ໂຫຍດຂອງ​ປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ