ຫວຽດນາມ ແມ່ນສະມາຊິກຕັ້ງໜ້າຂອງອົງການຝະລັ່ງໂກໂຟນີສາກົນ

ຫວຽດນາມ ແມ່ນສະມາຊິກຕັ້ງໜ້າຂອງອົງການຝະລັ່ງໂກໂຟນີສາກົນ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ​ໄດ້​ຈັດ​ຕັ້ງຢ່າງ​ເປັນ​ທາງ​ການ​ຢູ່ ຮ່າ​ໂນ້ຍ ​​ໃນ​ວັນ​ທີ 17/03

(vovworld) - ​ ວັນ​ທີ 20/03 ບັນດາ​ຜູ້​ປາກ​ພາສາ​ ຝະລັ່ງ ​ໃນ​ທົ່ວ​ໂລກ​ສະ​ເຫຼີ​ມສະຫຼອງ​ວັນສາກົນ​ໃຊ້​ພາສາຝະລັ່ງ. ວັນ​ສາກົນ​ໃຊ້​ພາສາ​ຝະລັ່ງ​ໄດ້​ຮັບ​ການ​ສະ​ເຫຼີ​ມສະຫຼອງ​ຢູ່ 84 ປະ​ເທດ​ສະມາຊິກ ​ແລະ ນັກສັງ​ເກດ​ການ​ຂອງ​ອົງການ​ ຝະລັ່ງ ​ໂກ​ໂຟນີສາກົນ ດ້ວຍ 1.500 ​ເຫດການ​​ໃນ​ທົ່ວ​​ໂລກ. ຫົວ​ຂໍ້​ຂອງ​ວັນ​ສາກົນ​ໃຊ້​ພາສາ ຝະລັ່ງ​ແມ່ນ “ຂ້າພະ​ເຈົ້າ​ນິຍົມ, ຂ້າພະ​ເຈົ້າ​ແບ່ງປັນ” ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​​ເລື່ອງຈັດ​ຕັ້ງການ​ເຄື່ອນ​ໄຫວ​ທີ່​ສະຫງວນ​ໃຫ້​ຊາວ​ໜຸ່ມ, ​ໂດຍ​ຊາວ​ໜຸ່ມ. ຫົວ​ຂໍ້​ດັ່ງກ່າວ ມຸ່ງ​​ໄປ​ເຖິງ​ຊາວ​ໜຸ່ມ ​ແລະ ຊຸກຍູ້​ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ໂດຍ​ຜ່ານບັນ​ດາສື່​ສັງຄົມ​ອອນ​ລາຍ.

        ທີ່ ຫວຽດນາມ, ຫ້ອງ​ການ​ອາຊີ - ປາຊີ​ຟິກຂອງ​ອົງການ​ຝະລັ່ງ​ໂກ​ໂຟນີສາກົນ (OIF), ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ແລະ ບັນດາ​ມະຫາວິທະຍາ​ໄລ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ໃນ​ທົ່ວ​ປະ​ເທດ. ພິທີ​ສະ​ເຫຼີ​ມສະຫຼອງ​ໄດ້​ຈັດ​ຕັ້ງຢ່າງ​ເປັນ​ທາງ​ການ​ຢູ່ ຮ່າ​ໂນ້ຍ ​​ໃນ​ວັນ​ທີ 17/03 ຜ່ານ​ມາ, ຊຶ່ງ​ເປັນ​ຂີດ​ໝາຍ​ຄຳ​ໝັ້ນ​ສັນຍາ​ຂອງ ຫວຽດນາມ ກັບ​ອົງການ​ຝະລັ່ງ​ໂກ​ໂຟນີສາກົນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ