ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນມີກຳລັງດຶງດູດທີ່ສຸດໃນປີ 2015

ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນມີກຳລັງດຶງດູດທີ່ສຸດໃນປີ 2015 - ảnh 1
(ພາບປະກອບ)

(vovworld) – ​ໃນ​ບົດ​ລາຍ​ງານ​ຫາ​ກໍ່​ປະກາດ​ໃນ​ວັນ​ທີ 27/01, ບໍລິສັດ​ປະກັນ​ໄພ​ບ້ວງ​ສິ້ນ​ເຊື່ອ​ສົ່ງ​ອອກ​ສິນ​ຄ້າ​ອັນ​ດັບ​ໜຶ່ງ​ຂອງຝລັ່ງ Coface, ຕີ​ລາຄາ​ວ່າ ຫວຽດນາມ ​ແລະ ສີ​ລັງກາ ​ແມ່ນ​ 2 ​ປະ​ເທດໜ້າສົນໃຈ​​ທີ່​ສຸດ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນ​​ໃນ​ປີ 2015. ລະອຽດ​ແມ່ນ, ​ໃນ 3 ປີ​ມາ​ນີ້, ສະ​ກຸນ​ເງິນ​ດົງ​ຂອງ​ຫວຽດນາມ ບໍ່​ຕົກ​ລາຄາ​ຫຼາຍ, ​ໄພ​ເງິນ​ເຟີ້​​ໃນປີ 2014 ຢູ່​ໃນ​ລະດັບ 5,2%. ພື້ນຖານ​ເສດຖະກິດ​ຂອງ​ຫວຽດນາມ ​ໄດ້​ຫັນ​ເປັນຫຼາຍຮູບ​ຫຼາຍ​ແບບ ​ແລະ ​ໄດ້​ຍົກ​ສູງ​ດ້ານ​ຄຸນ​ນະພາ​ບ, ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ກໍ່ເພີ່ມ​ຂຶ້ນ.

        ບົດ​ລານ​ງານ​ຂອງ Coface ​​ເຄີຍ​ຖືກປະກາດ​ໃນ​ຕົ້ນ​ປີ​ໃໝ່, ​ແມ່ນ​ໜຶ່ງໃນບັນດາ​ບົດ​ລາຍ​ງານ​ທີ່​ມີ​ອິດທິຜົນ​ຊື່​ສຽງ​ກວ່າ​ໝູ່​ຢູ່​ໃນ​ໂລກ ກ່ຽວ​ກັບ​ລະດັບ​ຄວາ​ມສ່ຽງ​ໃນ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ ​ແລະ ການສົ່ງ​ອອກ​ຂອງ​ທຸກໆ​ພື້ນຖານ​ເສດຖະກິດ​ໃນ​ໂລກ.

ຂ່າວ/ບົດ​ອື່ນ