ຫວຽດນາມ ແລະ Liberia ສ້າງການພົວພັນທາງການທູດຢ່າງເປັນທາງການ

ຫວຽດນາມ ແລະ Liberia ສ້າງການພົວພັນທາງການທູດຢ່າງເປັນທາງການ - ảnh 1
ທ່ານ​ ຫວູຮົ່ງນາມ ​ແລະ ທ່ານ McKinley Thomas
 ​ເອກ​ອັກຄະ​ລັດຖະທູດ ສ​. Liberia ປະຈຳ​ ຈີນ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ຕອນ​ເຊົ້າ​ວັນ​ທີ 28/6, ຢູ່​ສຳນັກງານ​ລັດຖະບານ, ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນ “​ແຈ້ງ​ການ​ຮ່ວມ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ Liberia “. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຫວຽດນາມ ຫວູຮົ່ງນາມ, ຕາງໜ້າ​ລັດຖະບານ ຫວຽດນາມ ​ແລະ ທ່ານ McKinley Thomas, ​ເອກ​ອັກຄະ​ລັດຖະທູດ ສ​. Liberia ປະຈຳ​ ຈີນ, ຕາງໜ້າ​ລັດຖະບານ Liberia, ລົງ​ນາມ​ໃນ​ແຈ້ງ​ການ​ຮ່ວມ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ. ດ້ວຍ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກັບ Liberia, ຫວຽດນາມ ​ໄດ້​ມີ​ການ​ພົວພັນ​ທາງ​ການ​ທູດ​ກັບ 53 ປະ​ເທດ​ຢູ່​ ອາ​ຟະ​ລິ​ກາ ​ແລະ 187 ປະ​ເທດ​ໃນ​ໂລກ.

ຂ່າວ/ບົດ​ອື່ນ