ຫວຽດນາມ ແລະ ກູບາ ເພີ່ມທະວີ ແລະ ເປີດກ້ວາງສາຍພົວພັນຮ່ວມມືທຸກດ້ານ

(VOVWORLD) -ໃນຂອບເຂດການຢ້ຽມຢາມສັນທະວະໄມຕີຫວຽດນາມຢ່າງເປັນທາງການຂອງທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ Miguel Mario Diaz Canel Bermudes, ຕອນຄ່ຳວັນທີ 9 ພະຈິກຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ພ້ອມກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປີດງານລ້ຽງຮອງຮັບ ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ Miguel Mario Diaz Canel Bermudes ພ້ອມດ້ວຍຄະນະ
ຫວຽດນາມ ແລະ ກູບາ ເພີ່ມທະວີ ແລະ ເປີດກ້ວາງສາຍພົວພັນຮ່ວມມືທຸກດ້ານ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ແລະ ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ Miguel Mario Diaz Canel Bermudes ຕອບສຳພາດຕໍ່ສື່ມວນຊົນ

ກ່າວຄຳເຫັນທີ່ງານລ້ຽງ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ກ່າວວ່າ : 

    “ ເດືອນກັນຍາທີ່ຜ່ານມາ, 2 ປະເທດພວກເຮົາໄດ້ຈັດການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 45 ປີແຫ່ງການຢ້ຽມຢາມຄັ້ງປະຫວັດສາດຂອງຜູ້ນຳ Fidel Alejandro Castro Ruz ຊຶ່ງປະມຸກລັດຄົນດຽວຂອງຕ່າງປະເທດເທົ່ານັ້ນທີ່ໄປຍັງເຂດປົດປ່ອຍພາກໃຕ້ຫວຽດນາມເມື່ອປີ 1973. ໃນວັນນີ້, ສາຍພົວພັນຫວຽດນາມ-ກູບາໄດ້ຜ່ານການທົດສອບນາໆປະການ ແລະ ນັບມື້ນັບໝັ້ນຄົງໜັກແໜ້ນກວ່າເກົ່າ. ຫວຽດນາມບໍ່ພຽງແຕ່ຍາມໃດກໍຕິດຕາມເທົ່ານັ້ນ, ຫາກຍັງໄດ້ຮ່ວມເດີນທາງກັບແຕ່ລະບາດກ້າວພັດທະນາຂອງການປະຕິວັດກູບາ, ຖືຜົນງານຂອງກູບາແມ່ນຜົນງານຂອງຕົນເອງ, ຍາມໃດກໍແບ່ງທຸກແບ່ງສຸກ ຮຽງບ່າຮຽງໄຫຼ່ກັບກູບາຄືອ້າຍນ້ອງໃນຄອບຄົວດຽວ ”

    ສ່ວນ ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ Miguel Mario Diaz Canel Bermudes ຢືນຢັນວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແຫ່ງປະຫວັດສາດຫວຽດນາມ-ກູບາແມ່ນສຳຄັນທີ່ສຸດ. ການຢ້ຽມຢາມຫວຽດນາມຄັ້ງນີ້ຂອງທ່ານ ແມ່ນເພື່ອແນໃສ່ຢືນຢັນວ່າ ກູບາຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມທະວີ ແລະ ເປີດກ້ວາງສາຍພົວພັນລະຫວ່າງ 2 ປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ