ຫວຽດນາມ ແລະ ຈີນ ເພີ່ມທະວີການຮ່ວມມືໃນຂົງເຂດຕຸລາການ

(VOVWORLD) - ການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຈີນ ພັດທະນາຢ່າງວ່ອງໄວ ແລະ ເລິກເຊິ່ງໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດແທດຈິງຫລາຍຢ່າງໃຫ້ທັງ 2 ຝ່າຍ.
ຫວຽດນາມ ແລະ ຈີນ ເພີ່ມທະວີການຮ່ວມມືໃນຂົງເຂດຕຸລາການ - ảnh 1 ທີ່ການຕ້ອນຮັບ

ຕອນບ່າຍວັນທີ 19 ກັນຍາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານປະທານສານປະຊາຊົນສູງສຸດ ຈີນ ຈູແຈ໊ງ, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໄດ້ຕີລາຄາສູງການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຈີນ ພັດທະນາຢ່າງວ່ອງໄວ ແລະ ເລິກເຊິ່ງໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດແທດຈິງຫລາຍຢ່າງໃຫ້ທັງ 2 ຝ່າຍ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ປາດຖະໜາວ່າ ສານປະຊາຊົນສູງສຸດ ຈີນ ແບ່ງປັນບົດຮຽນກັບ ຫວຽດນາມ ກ່ຽວກັບການປະຕິຮູບຕຸລາການ, ເພີ່ມທະວີການໜູນຊ່ວຍທາງດ້ານຍຸຕິທຳໃຫ້ປະຊາຊົນ, ເປີດເຜີຍການເຄື່ອນໄຫວຂອງສານ.

       ສ່ວນທ່ານປະທານສານປະຊາຊົນສູງສຸດ ຈີນ ຈູແຈ໊ງ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນແຫ່ງການເຈລະຈາກັບປະທານສານປະຊາຊົນສູງສຸດ ຫວຽດນາມ ຫງວຽນຮ່ວາບີງ. ທ່ານປະທານສານປະຊາຊົນສູງສຸດ ຈີນ ຈູແຈ໊ງ ຖືວ່າ: 2 ຝ່າຍຄວນເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື ຮ່ວມມືບຳລຸງສ້າງພະນັກງານສານ, ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ຄົ້ນຄວ້າຄະດີ ແລະ ໜູນຊ່ວຍຕຸລາການ.

ຕອບກັບ

ຂ່າວ/ບົດ​ອື່ນ