ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືລະຫວ່າງຄະນະກຳມະການກວດກາສູນກາງພັກ

(VOVWORLD) - ຕອນບ່າຍວັນທີ 26 ກໍລະກົດ, ທີ່ຮ່າໂນ້ຍ, ທ່ານ ເຈິ່ນເກິ໋ມຕູ໊ ເລຂາທິການສູນກາງພັກ, ປະທານຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ
ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືລະຫວ່າງຄະນະກຳມະການກວດກາສູນກາງພັກ - ảnh 1ທ່ານ ເຈິ່ນເກິ໋ມຕູ໊ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ບຸນທອງ ຈິດມະນີ   (ພາບ: TTXVN)

ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ລາວ ນຳໜ້າຄະນະຜູ້ແທນຂັ້ນສູງຂອງ ລາວ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ເມື່ອສະແດງຄວາມປິຕິຊົມຊື່ນກ່ຽວກັບການພົວພັນຮ່ວມມືລະຫວ່າງຄະນະກຳມະການກວດກາສູນກາງຂອງ 2 ພັກໃນໄລຍະຜ່ານມາ, ທ່ານປະທານຄະນະກຳມະການກວດກາສູນກາງພັກ ຫວຽດນາມ ເຈິ່ນເກິ໋ມຕູ໊ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, 2 ຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດບັນດາຂໍ້ຕົກລົງຢ່າງມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບວຽກງານກວດກາ, ຕິດຕາມກວດກາ, ປ້ອງກັນຕ້ານການສໍ້ລາດບັງຫລວງ.

        ສ່ວນທ່ານ ບຸນທອງ ຈິດມະນີ ໄດ້ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນ ລາວ ຈະມານະພະຍາຍາມ ພ້ອມກັບ ຫວຽດນາມ ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ນັບມື້ນັບພັດທະນາ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ