ຫວຽດນາມ ແລະ ລາວຊຸກຍູ້ການຮ່ວມມືໃນຂະແໜງວິທະຍາສາດເຕັກໂນໂລຢີ

ຫວຽດນາມ ແລະ ລາວຊຸກຍູ້ການຮ່ວມມືໃນຂະແໜງວິທະຍາສາດເຕັກໂນໂລຢີ - ảnh 1
ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ລາວ​
ຕ້ອນຮັບ​​ທ່ານ ຈູງ​ອກ​ແອ​ງ

(vovworld) - ຕອນ​ບ່າຍ​ວັນ​ທີ 8/12, ຢູ່​ສຳນັກງານນາຍົກລັດຖະມົນຕີ ທີ່​ນະຄອນຫຼວງ ວຽງ​ຈັນ, ທ່ານ​ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ລາວ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກະຊວງ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫວຽດນາມ ​ໂດຍ​ທ່ານ ຈູງ​ອກ​ແອ​ງ, ລັດຖະມົນຕີ ກະຊວງ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ນຳ​ໜ້າ ທີ່ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ​ໃນ​ລະຫວ່າງ​ວັນ​ທີ 8-10/12. ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ ລາວ ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສອງ ກະຊວງ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ສອງ​ກະຊວງ​ຈົ່ງ​ສືບ​ຕໍ່​ແບ່ງປັນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ. ທ່ານ​ນາຍົກລັດຖະມົນຕີ ກໍ່ສະ​ເໜີ​ໃຫ້​ລັດຖະບານ ຫວຽດນາມ ​ແລະ ກະຊວງ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫວຽດນາມ​ ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ ລາວ​ ໃນ​ຂົງ​ເຂດ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ​ໃນ​ຕໍ່ໜ້າ.

        ສ່ວນ​ທ່ານ ຈູງ​ອກ​ແອ​ງ, ລັດຖະມົນຕີ ກະຊວງ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫວຽດນາມ ກໍ່​ຢືນຢັນ​ວ່າ​ສອງ​ຝ່າຍ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ​ແລະ ມີ​ປະສິດທິ​ຜົນ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ການ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ ກະຊວງ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ລາວ, ​ ​ໂດຍ​ທ່ານ​ລັດຖະມົນຕີ ບໍ​ວຽງ​ຄຳ ວົງ​ດາລາ ນຳ​ໜ້າ, ລັດຖະມົນຕີ​ທັງ​ສອງ​ທ່ານ​ໄດ້​ພ້ອມ​ກັນ​ຕີ​ລາຄາ​ສູງ​ເລື່ອງສອງ​ຝ່າຍ​​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ຕົ້ນຕໍ​ໃນຂົງເຂດວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ​ເຊິ່ງ​ໄດ້​ລະບຸ​ໄວ້​ໃນ​ຂໍ້​ຕົກລົງ ​ກ່ຽວ​ກັບ​ແຜນການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ ຫວຽດນາມ - ລາວ ປີ 2016 ​ເປັນ​ຢ່າງ​ດີ ​ແລະ ພວມ​ຕັ້ງໜ້າ​ກະກຽມ​ໃຫ້​ແກ່​ການ​ຮ່ວມ​ມື​ໄລຍະ 2017-2018.

 

ຂ່າວ/ບົດ​ອື່ນ