ຫວຽດນາມ ແລະ ລາວເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ

ຫວຽດນາມ ແລະ ລາວເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ - ảnh 1

(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ, ທ່ານ​ຮອງ​ປະທານ​ປະ​ເທດ ສປປ ລາວ ບຸນ​ຍັງ ວໍລະ​ຈິດ, ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ​ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 6-8/7. ທີ່​ການ​ເຈລະຈາ​ທີ່ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 7/7, ການ​ນຳ​ສອງ​ປະ​ເທດ​ຢືນຢັນ​ວ່າ, ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ. ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ແລກປ່ຽນ​ການ​ຢ້ຽມຢາມ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ; ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ກອງ​ປະຊຸມ​ຄັ້ງ​ທີ 37 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ລາວ​ຢ່າງ​ມີ​ປະສິດທິ​ຜົນ; ພ້ອມ​ທັງ​ກະ​ກຽງ​ໃຫ້​ກອງ​ປະຊຸມ​ຄັ້ງ​ທີ 38 ຂອງຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ລາວ, ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ທ້າຍ​ປີ​ 2015 ຢູ່​ລາວ ​ເປັນ​ຢ່າງ​ດີ. ສອງ​ຝ່າຍ​ສືບ​ຕໍ່​ສົມທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ ​ເພື່ອ​ສະ​ເຫຼີ​ມສະຫຼອງບັນດາ​ເຫດການ​ທີ່​ຍັງ​ເຫຼືອ​ໃນ​ປີ 2015 ​ໃຫ້​ດີ. ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​ເປັນ​ຢ່າງ​ດີ. ພ້ອມ​ທັງ​ຜັນ​ຂະຫຍາຍ​ສັນຍາ​ການ​ຄ້າ​ໃໝ່​ ​ແລະ ສັນຍາ​ການ​ຄ້າ​ຊາຍ​​ແດນ​ຫວຽດນາມ - ລາວ ຢ່າງ​ມີ​ປະສິດທິ​ຜົນ; ຍູ້​ແຮງ​ບັນດາ​ໂຄງການ​ເຊື່ອມ​ຕໍ່​ການ​ຄົມມະນາ​ຄົນ​ຂົນ​ສົ່ງ ​ແລະ ພະລັງງານ; ​ເພີ່ມ​ທະວີ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ລົງທຶນ​ຂອງ​ຫວຽດນາມ ​ຢູ່​ລາວ ​ແລະ ສົມທົບ​ກັນ​ກວດກາ​ບັນດາ​ໂຄງການ​ລົງທຶນ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​, ຕິດ​ຂັດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ທີ່​ພວມ​ເຄື່ອນ​ໄຫວ​ຢູ່​ລາວ ​ຢ່າງ​ທັນ​ການ…

        ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​​​ການ​ພົວພັນຮ່ວມ​ມື​ອັນ​ດີງາມ​ທີ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ; ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ປະ​ເທດ​ອາ​ຊຽນອື່ນໆ, ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້ສຳ​ເລັດ​ໃນ​ທ້າຍ​ປີ 2015. ສອງ​ຝ່າຍ​ເຫັນ​ດີ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ສົນທິສັນຍາ​ສະຫະ​ປະຊາ​ຊາດ​ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982… ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຢືນຢັນ​ວ່າ, ຫວຽດນາມ ຈະ​ສະໜັບສະໜູນ​ລາວ ຮັບຜິດຊອບ​ໜ້າ​ທີ່​ເປັນ​ປະທານ​ອາ​ຊຽນ​ໃນ​ປີ 2016 ສຳ​ເລັດ​ຜົນ.
ຂ່າວ/ບົດ​ອື່ນ