ຫວຽດນາມ ແລະ ສິງກະໂປ ຍູ້ແຮງການຮ່ວມມືພົບປະແລກປ່ຽນວັດທະນະທໍາ ແລະ ປະຊາຊົນ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສິງກະໂປ ໃນລະຫວ່າງວັນທີ 7 – 11 ພຶດສະພາ, ຄະນະຜູ້ແທນຂັ້ນສູງ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍ ທ່ານ ເຮົ່າອາເລັ່ງ, ຮອງປະທານ - ເລຂາທິການໃຫຍ່ ຄະນະກໍາມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ເປັນຫົວໜ້າຄະນະ, ໄດ້ມີການພົບປະກັບຝ່າຍ ສິງກະໂປ.
ຫວຽດນາມ ແລະ ສິງກະໂປ ຍູ້ແຮງການຮ່ວມມືພົບປະແລກປ່ຽນວັດທະນະທໍາ ແລະ ປະຊາຊົນ - ảnh 1ທ່ານ ເຮົ່າອາເລັ່ງ, ຮອງປະທານ - ເລຂາທິການໃຫຍ່ ຄະນະກໍາມະການສູນກາງ ແນວໂຮມປະເທດຊາດຫວຽດນາມ  (ພາບ: TTXVN)

ທ່ານ ເຮົ່າອາເລັ່ງ ເນັ້ນໜັກວ່າ ແນວໂຮມປະເທດຊາດຫວຽດນາມ ຖືເປັນສໍາຄັນ ແລະ ຕີລາຄາສູງການຮ່ວມມືກັບ ສະຫະສະມາຄົມປະຊາຊົນ ສິງກະໂປ, ພ້ອມທັງຖືວ່າ ສອງອົງການມີຈຸດຄ້າຍຄືກັນຫຼາຍຢ່າງ ກ່ຽວກັບແບບວິທີການເຄື່ອນໄຫວ ແລະ ເປົ້າໝາຍ ມຸ່ງໄປສູ່ວົງຄະນະຍາດເຂດຊຸມຊົນ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຢູ່ຂັ້ນຮາກຖານ. ບົນພື້ນຖານນັ້ນ ສອງຝ່າຍຈະຕັ້ງໜ້າຮ່ວມມືກັນໃນຫຼາຍຂົງເຂດວຽກງານ ກໍຄື ຊຸກຍູ້ການຈັດຕັ້ງປະຕິບັດບັນດາເຫດການພົວພັນແລກປ່ຽນວັດທະນະທໍາ, ບັນດາກອງສະແດງສິລະປະ...

        ທ່ານ ເຮົ່າອາເລັ່ງ ສະເໜີວ່າ ສະຫະສະມາຄົມປະຊາຊົນ ສິງກະໂປ ຈະສືບຕໍ່ເອົາໃຈໃສ່ຊຸກຍູ້ບັນດາອົງການກ່ຽວຂ້ອງ ແລະ ວິສາຫະກິດສິງກະໂປ ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ, ພິເສດແມ່ນ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ - ບໍາລຸງສ້າງ...


ຕອບກັບ

ຂ່າວ/ບົດ​ອື່ນ