ຫວຽດນາມ ແລະ ສະຫະພັນລັດເຊຍ ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ

ຫວຽດນາມ ແລະ ສະຫະພັນລັດເຊຍ ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດີງຢຸງ
ຕ້ອນຮັບ​ທ່ານ Yuri Petrovich Trutnev
(ພາບ: VGP)

(vovworld) – ວັນ​ທີ 15/03 ຢູ່​ຮ່າ​ໂນ້ຍ ທີ່​ການ​ຕ້ອນຮັບ​ທ່ານ Yuri Petrovich Trutnev ຮອງ​ນາຍົກ​ລັດຖະມົນຕີ​ສະຫະພັນ ລັດ​ເຊຍ ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​​ແຕ່​ວັນ​ທີ 14 – 15/03, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດີງຢຸງ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດ​ແກ່​ການ​ຮ່ວມ​ມື​ທຸກ​ດ້ານ​ກັບ ລັດ​ເຊຍ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຈິ້ງ​ດີງຢຸງ ຖື​ວ່າ: ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ທີ່​ຍັງ​ບໍ່​ທັນ​ເໝາະ​ສົ​ມກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ອ່ຽງຂອງ​ແຕ່ລະ​ຝ່າຍ. ດັ່ງ​ນັ້ນ, ​ໃນ​ໄລ​ຍະ​ຈະ​ມາ​​ເຖິງ 2 ຝ່າຍ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ດັ່ງກ່າວ.

        ສ່ວນ​ທ່ານ Yuri Petrovich Trutnev ຮອງ​ນາຍົກ​ລັດຖະມົນຕີ​ສະຫະພັນ ລັດ​ເຊຍ ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ຄຳ​ເຫັນ​ຂອງ​ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຈິ້ງ​ດີງຢຸງ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ​ລະຫວ່າງ 2 ປະ​ເທດ. ທ່ານ Yuri Petrovich Trutnev  ​ໃຫ້​ຮູ້​ວ່າ ປະຈຸ​ບັນດ້ວຍ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນລຸປະມານ 3,8 ຕື້ USD, ​ເພື່ອ​ບັນລຸ​ຄາດໝາຍ 20 ຕື້ USD ​ໃນ​ປີ 2020 ຄື​ດັ່ງການ​ນຳ​ຂັ້ນ​ສູງ 2 ຝ່າຍມີ​ຄວາມ​ມຸ່ງ​ຫວັງ​ນັ້ນ ຈຳ​ເປັນ​ຕ້ອງ​ມານະ​ພະຍາຍາມ​ອັນໃຫຍ່​ຫລວງ​ຂອງ​ລັດຖະບານ, ວິ​ສາ​ຫະກິດ 2 ປະ​ເທດ. ລັດຖະບານ ລັດ​ເຊຍ ປາດ​ຖະໜາ​ຢາກ​ໃຫ້ນັບ​ມື້​ນັບ​ມີ​ວິ​ສາ​ຫະກິດ​ ຫວຽດນາມ ຫລາຍ​ແຫ່ງມາ​ລົງທຶນ​ຢູ່ ລັດ​ເຊຍ, ພິ​ເສດ​ແມ່ນ​ເຂດຕາ​ເວັນ​ອອກ​ໄກ.

 

ຕອບກັບ

ຂ່າວ/ບົດ​ອື່ນ