ຫວຽດນາມ ແລະ ສະຫະພາບເອີລົບ(EU) ເຊັນສັນຍາການຄ້າເສລີ 2 ຝ່າຍ (EVFTA) ແລະ ສັນຍາອາລັກຂາແກ່ການລົງທຶນ (IPA)

(VOVWORLD) -ພາຍຫຼັງດຳເນີນການເຈລະຈາ ມາເປັນເວລາ 10 ປີ, ຕອນບ່າຍ ວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ,  ຫວຽດນາມ ແລະ ສະຫະພາບເອີລົບ(EU) ໄດ້ເຊັນສັນຍາການຄ້າເສລີ 2 ຝ່າຍ (EVFTA) ແລະ ສັນຍາອາລັກຂາແກ່ການລົງທຶນ (IPA)
ຫວຽດນາມ ແລະ ສະຫະພາບເອີລົບ(EU) ເຊັນສັນຍາການຄ້າເສລີ 2 ຝ່າຍ (EVFTA) ແລະ ສັນຍາອາລັກຂາແກ່ການລົງທຶນ (IPA) - ảnh 1ພິທີລົງນາມໄດ້ດຳເນີນໂດຍພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ 

ພິທີລົງນາມໄດ້ດຳເນີນໂດຍພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. ຂ້າຫຼວງໃຫຍ່ການຄ້າ Cecilia Malmstrom , ລັດຖະມົນຕີ Romania ຮັບຜິດຊອບການດຳເນີນທຸລະກິດ, ການຄ້າ ແລະ ວິສາຫະກິດ Stefan-Radu Oprea  ເປັນຜູ້ຕາງໜ້າໃຫ້ EU ເຊັນ EVFTA . ທາງຝ່າຍຫວຽດນາມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ເຈີນຕ້ວນແອງ  ເປັນຜູ້ຕາງໜ້າໃຫ້ລັດຖະບານຫວຽດນາມ ເຊັນ EVFTA, ສ່ວນ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີຢຸງເປັນຜູ້ຕາງໜ້າໃຫ້ລັດຖະບານຫວຽດນາມ ເຊັນ IPA.

        ພາຍຫຼັງ ທີ່ EVFTA ມີຜົນສັກສິດ, ສັນຍາຈະຍົກເລີກ 65% ພາສີອາກອນສຳລັບສິນຄ້າຂອງ EU ທີ່ນຳເຂົ້າຫວຽດນາມ, ແລະ 71% ພາສີອາກອນສຳລັບສິນຄ້າຂອງ ຫວຽດນາມ ທີ່ສົ່ງອອກໄປຍັງ EU. ສັງລວມແລ້ວ, ຈະຍົກເລີກ 99% ຮົ້ວພາສີອາກອນລະຫວ່າງ 2 ຝ່າຍ. EVFTA ຍັງຮັບປະກັນວ່າ ການຄ້າ, ການລົງທຶນ ແລະ ການພັດທະນາແບບຍືນຍົງ ຍາມໃດກໍໄປຄຽງຄູ່ນຳກັນ. ໃນຂະນະນັ້ນ, EVFTA ຈະຊ່ວຍປົກປ້ອງ ແລະ ເພີີ່ມທະວີການລົງທຶນຂອງ EU ເຂົ້າຫວຽດນາມ.

       ເມື່ອແລກປ່ຽນກັບ ນັກຂ່າວສຳນັກຂ່າວສານຫວຽດນາມ, ທ່ານ ປ.ອ  ຈູຮ່ວາງລອງ ສັງກັດມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ ໃຫ້ຮູ້ວ່າ : ການລົງນາມໃນສັນຍາການຄ້າເສລີ 2 ຝ່າຍ (EVFTA) ແລະ ສັນຍາອາລັກຂາແກ່ການລົງທຶນ (IPA) ກັບ EU ໄດ້ສະແດງໃຫ້ເຫັນທີ່ຕັ້ງບົດບາດຂອງຫວຽດນາມໃນພື້ນຖານເສດຖະກິດທົ່ວໂລກໄດ້ເພີ່ມຂຶ້ນ. ການລົງນາມໃນສັນຍາການຄ້າເສລີ 2 ຝ່າຍ (EVFTA) ແລະ ສັນຍາອາລັກຂາແກ່ການລົງທຶນ (IPA) ກັບ EU ແມ່ນໄດ້ນຳຫວຽດນາມ ທຽບເທົ່າກັບບັນດາຄູ່ຮ່ວມມືໃຫຍ່ ຂອງ ການລົງນາມໃນສັນຍາການຄ້າເສລີ 2 ຝ່າຍ (EVFTA) ແລະ ສັນຍາອາລັກຂາແກ່ການລົງທຶນ (IPA) ກັບ EU ຢູ່ອາຊີຄື: ຍີປຸ່ນ, ສ ເກົາຫຼີ…

ຕອບກັບ

ຂ່າວ/ບົດ​ອື່ນ