ຫວຽດນາມ ແລະ ສ.ເກົາຫຼີ ມີບັນດາເງື່ອນໄຂຈໍາເປັນ ແລະ ຄົບຖ້ວນ ເພື່ອຊຸກຍູ້ການພົວພັນ

(VOVWORLD) -     ວັນທີ 20 ມິຖຸນາ, ຄະນະປະຕິບັດງານລັດຖະບານ ຫວຽດນາມ, ໂດຍທ່ານ ເວືອງດິ່ງເຫວ້ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫວ້ ນໍາໜ້າ ໄດ້ພົບປະກັບບັນດານັກລົງທຶນຕະຫຼາດຫຼັກຊັບ ສ.ເກົາຫຼີ ຢູ່ສໍານັກງານ ສະຫະສະມາຄົມລົງທຶນການເງິນ ສ.ເກົາຫຼີ (KOFIA) ຢູ່ນະຄອນຫຼວງ ເຊີອູນ.

    ກ່າວຄໍາເຫັນໃນການພົບປະກັບບັນດາບໍລິສັດລົງທຶນຕະຫຼາດຫຼັກຊັບແຖວໜ້າຂອງ ສ.ເກົາຫຼີ, ທ່ານປະທານ KOFIA Kwon Yong Won ຢັ້ງຢືນວ່າ ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ພວມພັດທະນາຢ່າງດີງາມທີ່ສຸດ, ໂດຍສະເພາະແມ່ນການພົວພັນດ້ານເສດຖະກິດ. ບັນດາບໍລິສັດຕະຫຼາດຫຼັກຊັບ ສ.ເກົາຫຼີ ພວມເປີດກວ້າງການລົງທຶນ ແລະ ນັບມື້ນັບສົນໃຈເຖິງຕະຫຼາດຫຼັກຊັບຂອງຫວຽດນາມ.

ຫວຽດນາມ ແລະ ສ.ເກົາຫຼີ ມີບັນດາເງື່ອນໄຂຈໍາເປັນ ແລະ ຄົບຖ້ວນ ເພື່ອຊຸກຍູ້ການພົວພັນ - ảnh 1      ທ່ານ ເວືອງດິ່ງເຫວ້ ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫວ້ ພົບປະກັບ ສະຫະສະມາຄົມລົງທຶນການເງິນ ສ.ເກົາຫຼີ (KOFIA) (ພາບ: TTXVN)

        ສ່ວນທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ກໍ່ຖືວ່່າ ຫວຽດນາມ ແລະ ສ.ເກົາຫຼີ ພວມມີການພົວພັນອັນດີງາມໃນຫຼາຍຂົງເຂດ, ປັດຈຸບັນ, ສ.ເກົາຫຼີ ແມ່ນນັກລົງທຶນໂດຍກົງ ໃຫຍ່ທີ່ສຸດເຂົ້າຫວຽດນາມ ແລະ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 3 ຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ຫວຽດນາມ ພວມມີລະດັບການເຕີບໂຕດ້ານເສດຖະກິດສູງ, ເງິນເຟີ້ຕໍ່າ, ເສດຖະກິດມະຫາພາກເປັນປົກກະຕິ ແລະ ແມ່ນຈຸດນັດພົບໃນການລົງທຶນທີ່ດູດດື່ມ. ຫວຽດນາມ ຈະປະກາດຍຸດທະສາດດຶງດູດນັກລົງທຶນຕ່າງປະເທດໃນໄລຍະ 10 ປີຈະມາເຖິງ ຕາມທິດດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າໃນບັນດາຂົງເຂດທີ່ ຫວຽດນາມ ມີຄວາມຕ້ອງການ ໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຢັ້ງຢືນວ່າ ລັດຖະບານຫວຽດນາມ ມີຄວາມປາດຖະໜາ ແລະ ຈະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ສ.ເກົາຫຼີ, ພ້ອມທັງຫວັງວ່າ ບັນດາວິສາຫະກິດ ທີ່ໄດ້ມາລົງທຶນເຂົ້າຫວຽດນາມ ຈະສືບຕໍ່ເປີດກວ້າງການລົງທຶນຢູ່ ຫວຽດນາມຕື່ມອີກ. ໄປຄຽງຄູ່ກັນນັ້ນ ຈະມີບັນດານັກລົງທຶນໃໝ່ຂອງ ສ.ເກົາຫຼີ ມາລົງທຶນຢູ່ຫວຽດນາມ.

        ແລະກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ໄດ້ມີການເຮັດວຽກກັບ ສະຫະພັນອຸດສາຫະກໍາ ສ.ເກົາຫຼີ (FKI) ເຊິ່ງເປັນອົງການຈັດຕັ້ງໜຶ່ງທີ່ມີບັນດາສະມາຊິກພວມເຄື່ອນໄຫວຢູ່ຫວຽດນາມ. ນອກຈາກນັ້ນ, ກໍໃຫ້ການຕ້ອນຮັບການນໍາທະນາຄານ, ບໍລິສັດການເງິນແຫ່ງຕ່າງໆ, ການນໍາກຸ່ມບໍລິສັດ Hyundai ແລະ Samsung ຫວຽດນາມ ຢູ່ນະຄອນຫຼວງ ເຊີອູນ ແລະ ເຮັດວຽກກັບກອງທຶນເງິນລົງທຶນ Vinacapital ແລະ ວິສາຫະກິດອື່ນໆຂອງ ສ.ເກົາຫຼີ ກ່ຽວກັບ ຫົວຂໍ້ການລົງທຶນຕື່ມອີກ.


ຕອບກັບ

ຂ່າວ/ບົດ​ອື່ນ