ຫວຽດນາມ ແລະ ອັກຊັງຕິນ ເຫັນດີຊຸກຍູ້ ການຮ່ວມມືຫຼາຍດ້ານ

ຫວຽດນາມ ແລະ ອັກຊັງຕິນ ເຫັນດີຊຸກຍູ້ ການຮ່ວມມືຫຼາຍດ້ານ - ảnh 1
ຫວຽດນາມ ​ແລະ ອັກ​ຊັງ​ຕິນ ​ເຫັນ​ດີ​ຊຸກຍູ້​ການ​ຮ່ວ​ມມື​ຫຼາຍ​ດ້ານ
(ພາບ: vietnamplus.vn)


(vovworld) – ບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ລະອຽດ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ຕາມ​ທິດ​ຮັດ​ແໜ້ນ​ການ​ພົວພັນ​ທີ່​ຖື​ລັກສະນະ​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ ​ແລະ ອັກ​ຊັງ​ຕິນ ​ໄດ້​ຮັບ​ການ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 29 – 30/10 ຢູ່​ນະຄອນຫຼວງ Buenos Aires. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, 2 ຝ່າຍ​ໄດ້​ເຫັນ​ດີ​ກ່ຽວ​ກັບ​ກົນ​ໄກ ​ແລະ ​ແລກປ່ຽນບັນດາ​ມາດຕະການ​ລະອຽດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື 2 ຝ່າຍ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ກະສິກຳ… 2 ຝ່າຍ​ເຫັນ​ດີ​ຊຸກຍູ້​ການ​ສຳ​ຫຼວດບັນດາ​ກາລະ​​ໂອກາດ​ສ້າງ​ຕັ້ງ​ບັນດາ​ອົງການຮ່ວມ​ທຸລະ​ກິດ, ລົງທຶນ​ໂດຍ​ກົງ ​ແລະ ມອບ​ໂອນ​ເຕັກ​ໂນ​ໂລ​ຊີ​ລະຫວ່າງວິ​ສາ​ຫະກິດ 2 ປະ​ເທດ, 2 ຝ່າຍ​ກໍ່​ເປັນ​ເອກະ​ພາບ​ໃນ​ໄລຍະ 2014 – 2016 ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ກ່ຽວ​ກັບ​ການປູກຝັງ, ລ້ຽງສັດ ຢູ່​ຫວຽດນາມ ​ແລະ ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ວັດ​ທະ​ນຳ​ທຳ​ໄລຍະ 2015 – 2016.
ຂ່າວ/ບົດ​ອື່ນ