ຫວຽດນາມ ແລະ ອາກຊັງຕີນ ຊຸກຍູ້ການພົວພັນໃນຂົງເຂດ ສາທາລະນະສຸກ

(VOVWORLD) -ແຕ່ວັນທີ 21 – 24 ກັນຍາ, ຄະນະຜູ້ແທນກະຊວງສາທາລະນະສຸກຫວຽດນາມ  ໂດຍ ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນທິກິມຕ໋ຽນ ນໍາໜ້າ, ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ອາກຊັງຕີນ ເພື່ອແນໃສ່ຊອກຮູ້ຮູບແບບການເຄື່ອນໄຫວຂອງລະບົບສາທາລະນະສຸກ, ກໍຄືແລກປ່ຽນບົດຮຽນໃນຫຼາຍບັນຫາສໍາຄັນ ທີ່ກ່ຽວຂ້ອງເຖິງການເບິ່ງແຍງດູແລສຸຂະພາບຂອງວົງຄະນະຍາດ ເຊິ່ງສອງຝ່າຍຕ່າງກໍມີຄວາມສົນໃຈ.

ຫວຽດນາມ ແລະ ອາກຊັງຕີນ ຊຸກຍູ້ການພົວພັນໃນຂົງເຂດ ສາທາລະນະສຸກ - ảnh 1ທ່ານ Adolfo Rubinstein ຮອງລັດຖະມົນຕີ ຮັບຜິດຊອບຂົງເຂດສາທາລະນະສຸກ ຂຶ້ນກັບກະຊວງພັດທະນາສັງຄົມ ອາກຊັງຕີນ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນທິກິມຕ໋ຽນ ແລະຜູ້ແທນຫວຽດນາມ

(ພາບ:TTXVN)

ໃນການເຮັດວຽກ ກັບ ທ່ານ Adolfo Rubinstein ຮອງລັດຖະມົນຕີ ຮັບຜິດຊອບຂົງເຂດສາທາລະນະສຸກ ຂຶ້ນກັບກະຊວງພັດທະນາສັງຄົມ ອາກຊັງຕີນ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນທິກິມຕ໋ຽນ ໃຫ້ຮູ້ວ່າ ຫວຽດນາມ ເອົາໃຈໃສ່ທີ່ສຸດເຖິງບັນດາບົດຮຽນຂອງ ອາກຊັງຕີນໃນການຜັນຂະຫຍາຍບັ້ນປ້ອງກັນ, ຕ້ານຜົນຮ້າຍຂອງຢາສູບ, ເຫຼົ້າເບຍ, ພະຍາດຕ່າງໆ ທີ່ບໍ່ຕິດແປດ, ກໍຄືລະບົບດູແລສຸຂະພາບເບື້ອງຕົ້ນໃຫ້ແກ່ປະຊາຊົນ ແລະ ການຜັນຂະຫຍາຍບັນດາການເຄື່ອນໄຫວຍົກສູງສຸຂະພາບຂອງວົງຄະນະຍາດ.

        ທ່ານ Adolfo Rubinstein ຮອງລັດຖະມົນຕີກະຊວງພັດທະນາສັງຄົມ ແລະ ນັກຊ່ຽວຊານດ້ານສາທາລະນະສຸກ ອາກຊັງຕີນ ໄດ້ແນະນໍາກ່ຽວກັບລະບົບສາທາລະນະສຸກຂອງ ອາກຊັງຕີນ, ບັນດານະໂຍບາຍຂອງລັດຖະບານໃນການຮັບປະກັນ ແລະ ຍົກສູງສຸຂະພາບວົງຄະນະຍາດ ໃນນັ້ນ, ພິເສດແມ່ນບຸລິມະສິດໃຫ້ລະບົບເບິ່ງແຍງດູແລສຸຂະພາບ ເບື້ອງຕົ້ນ ແລະ ການແພດປ້ອງກັນ

         ໃນໄລຍະຢ້ຽມຢາມອາກຊັງຕີນ, ຄະນະຜຸ້ແທນກະຊວງສາທາລະນະສຸກຫວຽດນາມ ກໍ ມີການເຮັດວຽກ ກັບ ບາງວິສາຫະກິດການຢາແຖວໜ້າຂອງ ອາກຊັງຕີນ, ໄປວາງພວງມາລາທີ່ສຸສານປະທານໂຮ່ຈີມິນ ຢູ່ນະຄອນຫຼວງ Buenos Aires  ແລະ ຢ້ຽມຢາມສະຖານທູດ ຫວຽດນາມ ປະຈໍາ ອາກຊັງຕີນ.


ຕອບກັບ

ຂ່າວ/ບົດ​ອື່ນ