ຫວຽດນາມ ແລະ ອາກຊັງຕິນ ຕົກລົງຊຸກຍູ້ແລກປ່ຽນການຄ້າ

(VOVWORLD) - 2 ຝ່າຍກໍ່ເຫັນດີເປັນເອກະພາບສົມທົບກັນໃນວຽກງານກະກຽມໃຫ້ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Mauricio Macri ໃນປີ 2018, ເນື່ອງໃນໂອກາດ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.
 

ວັນທີ 13 ທັນວາ, ທ່ານ Jorge Faurie, ລັດຖະມົນຕີກະຊວງການຕ່າງປະເທດ ອາກຊັງຕິນ ມີການເຮັດວຽກກັບທ່ານ ເຈີ່ນກວກແຄ໋ງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຢູ່ນອກກອງປະຊຸມລັດຖະມົນຕີອົງການການຄ້າໂລກ (WTO) ຄັ້ງທີ 11, ຢູ່ນະຄອນຫຼວງ Buenos Aires.

        ທີ່ການພົບປະ, 2 ຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຊອກຫາບັນດາມາດຕະການເພື່ອແນໃສ່ເພີ່ມທະວີການແລກປ່ຽນການຄ້າໃນໄລຍະຈະມາເຖິງກ່ວາອີກ. ທ່ານຮອງລັດຖະມົນຕີ ເຈີ່ນກວກແຄ໋ງ ສະເໜີໃຫ້ ອາກຊັງຕິນ ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າສົ່ງອອກຂອງ ຫວຽດນາມ  ແຊກຊຶມເຂົ້າຕະຫຼາດ ອາເມລິກາໃຕ້, ເພື່ອແນໃສ່ຮັບປະກັນຄວາມດຸ່ນດ່ຽງການຄ້າລະຫວ່າງ 2 ປະເທດ. 2 ຝ່າຍກໍ່ເຫັນດີເປັນເອກະພາບສົມທົບກັນໃນວຽກງານກະກຽມໃຫ້ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Mauricio Macri ໃນປີ 2018, ເນື່ອງໃນໂອກາດ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ທ່ານລັດຖະມົນຕີ Faurie ແລະ ທ່ານຮອງລັດຖະມົນຕີ ເຈີ່ນກວກແຄ໋ງ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງ ທ່ານປະທານາທິບໍດີ Macri ຈະມາເຖິງນີ້ຈະມີຄວາມໝາຍສຳຄັນພິເສດໃນການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ “ມີລັກສະນະຍຸດທະສາດ” ລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ