ຫວຽດນາມ ແລະ ອາຟລິກາໃຕ້ ເພີ່ມທະວີ ການຮ່ວມມືວຽກງານຊົນເຜົ່າ

ຫວຽດນາມ ແລະ ອາຟລິກາໃຕ້ ເພີ່ມທະວີ ການຮ່ວມມືວຽກງານຊົນເຜົ່າ - ảnh 1
ທ່ານ ຢ່າງ​ແຊວ​ຟື, ລັດຖະມົນຕີ, ຫົວໜ້າ​ຄະນະ​ກຳມະການ​
​ເຮັດ​ວຽກ​ຢູ່ ສ.ອາ​ຟລິ​ກາ​ໃຕ້
(ພາບ: dantri.com.vn)


(vovworld) – ​ແຕ່​ວັນ​ທີ 22 – 29/08, ຄະ​ນະ​ປະຕິບັດ​ງານ​ຂອງ​ຄະນະ​ກຳມະການ​ຊົນ​ເຜົ່າ ​ໂດຍ​ທ່ານ ຢ່າງ​ແຊວ​ຟື, ລັດຖະມົນຕີ, ຫົວໜ້າ​ຄະນະ​ກຳມະການ​ນຳ​ໜ້າ ​ໄດ້​​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສ.ອາ​ຟລິ​ກາ​ໃຕ້ ​ເພື່ອ​ແນ​ໃສ່​ແບ່ງປັນ​ບັນດາ​ຂໍ້​ມູນຂ່າວສານ, ບົດຮຽນ, ​ແລກປ່ຽນ​ບັນດາ​ມາດ​ຕະການ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື 2 ຝ່າຍ​ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ. ​ທີ່​​ການ​ພົບ​ປະກັບ​ລັດຖະມົນຕີບັນຫາ​ຊົນ​ເຜົ່າ ​ແລະ ປະ​ເພນີ​ອາ​ຟລິ​ກາ​ໃຕ້, 2 ຝ່າຍ​ໄດ້​ແລກປ່ຽນ​ຂໍ້​ມູນ​ກ່ຽວ​ຂ້ອງ​ເຖິງບັນດາ​ມາດ​ຕະການ​ນະ​ໂຍບາຍ​ຊົນ​ເຜົ່າ​ຂອງ​ແຕ່ລະ​ປະ​ເທດ, 2 ຝ່າຍ​ກໍ່​ເຫັນ​ດີ ຖື​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ຕັ້ງໜ້າ​ແບ່ງປັນ​ຂໍ້​ມູນຂ່າວສານ ​ແມ່ນ​ມີ​ປະ​ໂຫຍ​ດ ຊ່ວຍ​ໃຫ້​ແຕ່ລະ​ປະ​ເທດ​ມີ​ບັນດາ​ບົດຮຽນ, ປະສົບ​ການ​ທີ່​ເໝາະ​ສົມ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ​​ເວົ້າ​ລວມ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານລັດຖະມົນຕີ ຢ່າງ​​ແຊວ​ຟື ​ແລະ ຄະນະ​ກຳມະການ​ຊົນ​ເຜົ່າ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ Lechesa Tsenoli, ຮອງ​ປະທານ​ສະພາ​ແຫ່ງຊາດ​ອາ​ຟລິ​ກາ​ໃຕ້, ທີ່​ການ​ເຮັດ​ວຽກ 2 ຝ່າຍ​ໄດ້​ແລກປ່ຽນບົດຮຽນ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານກ່ຽວຂ້ອງ​ເຖິງ​ບົດບາດ​ໜ້າ​ທີ່ ​ແລະ ສະພາບ​ເຄື່ອນ​ໄຫວ​ຕົວ​ຈິງ​ຂອງ​ສະພາ​ແຫ່ງ​ຊາດ ​ແຕ່ລະ​ປະ​ເທດ​ໃນ​ຂົງ​ເຂດ​ວຽກ​ງານ​ຊົນ​ເຜົ່າ, ​ເຫັນ​ດີຕ້ອງ​ເພີ່ມ​ທະວີ​ການ​ແລກປ່ຽນ​ລະຫວ່າງ 2 ພັກ ​ແລະ 2 ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ຂົງ​ເຂດ​ຊົນ​ເຜົ່າ ກໍ່​ຄື​ບັນດາ​ຂົງ​ເຂດ​ສຳຄັນ​ອື່ນໆ.

ຂ່າວ/ບົດ​ອື່ນ