ຫວຽດນາມ ໂຄສະນາຮູບພາບທີ່ງານບຸນວັດທະນະທຳ ອາຊີ ຢູ່ ສ.ເຊັກໂກ

(VOVWORLD) - ສິລະປະການສະແດງ, ສິລະປະອາຫານການກິນ ແລະ ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ຫວຽດນາມ ໄດ້ຮັບການແນະນຳທີ່ງານບຸນວັດທະນະທຳ ອາຊີ ທີ່ຈັດຕັ້ງຢູ່ນະຄອນຫລວງ ປຣາຮາ ຂອງ ສ.ເຊັກໂກ ໃນວັນທີ 25 ພຶດສະພາ
ຫວຽດນາມ ໂຄສະນາຮູບພາບທີ່ງານບຸນວັດທະນະທຳ ອາຊີ ຢູ່ ສ.ເຊັກໂກ - ảnh 1 ຫວຽດນາມ ໂຄສະນາຮູບພາບທີ່ງານບຸນວັດທະນະທຳ ອາຊີ ຢູ່ ສ.ເຊັກໂກ

ນີ້ເປັນຄັ້ງທີ 3 ງານບຸນວັດທະນະທຳ ອາຊີ ໄກ ແລະ ໃກ້ ໂດຍອຳນາດການປົກຄອງເມືອງ 3 ປຣາຮາ ສົມທົບກັບ Info Dracek ເຊິ່ງແມ່ນອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຊຸກຍູ້ການເຊື່ອມໂຍງຂອງບັນດາເຜົ່າຢູ່ ສ.ເຊັກໂກ, ດ້ວຍການອຸປະຖຳຂອງສະຖານທູດ ຫວຽດນາມ ແລະ ສະຖານທູດ ອິນໂດເນເຊຍ ຈັດຕັ້ງ. ປີນີ້ ງານບຸນດຶງດູດການເຂົ້າຮ່ວມຂອງ 6 ປະເທດອາຊີຄື: ອິນໂນເນເຊຍ, ໄທ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ຫວຽດນາມ.

        ທີ່ເຫດການ ປະຊາຊົນ ສ.ເຊັກໂກ ແລະ ແຂກທ່ອງທ່ຽວນັບພັນຄົນ ໄດ້ຮັບຊົມລາຍການສະແດງສິລະປະທີ່ເຂັ້ມຂົ້ນໄປດ້ວຍສີສັນ ແນະນຳພື້ນຖານວັດທະນະທຳຫລາຍຮູບຫລາຍແບບຫລາຍສີຂອງບັນດາປະເທດເຂົ້າຮ່ວມ. ອ້າຍ Jean Di Raffaele ຊາວ ອີຕາລີ ພະນັກງານບັນຊີທີ່ພວມເຮັດວຽກຢູ່ ສ.ເຊັກໂກ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າໄດ້ໄປທ່ອງທ່ຽວຫລາຍປະເທດແລ້ວ, ແຕ່ຍັງບໍ່ທັນມີໂອກາດມາທ່ອງທ່ຽວ ຫວຽດນາມ, ເພາະສະນັັ້ນ ຂ້າພະເຈົ້າຢາກມາຢ້ຽມຢາມປະເທດ ຫວຽດນາມ ທີ່ສຸດ. ຂ້າພະເຈົ້າມີຄວາມກັບງານບຸນມື້ນີ້ ແລະ ປາດຖະໜາຢາກຄົ້ນຫາ ຫວຽດນາມ ຍ້ອນວ່າບໍ່ພຽງແຕ່ມີບັນດາຫາດຊາຍທະເລທີ່ສວຍງາມເທົ່ານັ້ນ ຫາກຊາວ ຫວຽດນາມ ຍັງມີຄວາມທີ່ສະໜິດຕິດພັນ, ເປີດອົກເປີດໃຈ ອີກດ້ວຍ ແລະ ວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນທີ່ເປັນເອກະລັກສະເພາະ ເຊິ່ງຂ້າພະເຈົ້າບໍ່ທັນຮູ້ຈັກເຖິງ. ຂ້າພະເຈົ້າ ມີຄວາມກະຕຶລືລົ້ນຢາກມາ ຫວຽດນາມ ໃນທັນທີ

ຕອບກັບ

ຂ່າວ/ບົດ​ອື່ນ