ຫວຽດນາມ ໂຮມຊຸມນຸມຕອບສະໜອງ ວັນໂລກບໍ່ມີຢາສູບ

ຫວຽດນາມ ໂຮມຊຸມນຸມຕອບສະໜອງ ວັນໂລກບໍ່ມີຢາສູບ - ảnh 1
(ພາບປະກອບ)
(vovworld) -  ຕອນ​ເຊົ້າ​ວັນ​ທີ 25/05, ກະຊວງ​ສາ​ທາ​ລະ​ນະ​ສຸກ ​ໄດ້​ຈັ​ດງານ​​ໂຮມ​ຊຸມ​ນຸມ​ຕອບ​ສະໜອງວັນ​ໂລກ​ບໍ່​ມີ​ຢາສູບ ​ແລະ ປຸກລະດົມ​ສັບປະດາ​ແຫ່ງ​ຊາດ​ບໍ່​ມີ​ຢາສູບ, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ຮອງ​ລັດຖະມົນຕີ​ກະຊວງ​ສາ​ທະ​ລະນະ​ສຸກ ຫງວຽນ​ທິຊວຽນ ​ໄດ້​ກ່າວ​ເຕື່ອນວ່າ ຢາສູບ​ພວມ​ແມ່ນ​ໜຶ່ງ​ໃນບັນດາ​ສາຍເຫດທີ່ກໍ​ໃຫ້​ເກີດ​ພະຍາດ ​ແລະ ​ຄວາມ​ຕາຍ​ອັນ​ດັບ​ໜຶ່ງ​ໃນ​ໂລກ. ຢູ່​ຫວຽດນາມ ວັນບຸນຕ​ອບສະໜອງວັນ​ໂລກ​ບໍ່​ມີ​ຢາສູບ, ສັບ​ປະດາ​ແຫ່ງ​ຊາດ​ບໍ່​ມີ​ຢາສູບ ​ຖືກ​ຈັດ​​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 25 – 31/05. ກະຊວງ​ສາ​ທາ​ລະນະ​ສຸກ​ຮຽກຮ້ອງ​ໃຫ້​ບັນດາ​ອົງການ, ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ປະຕິບັດ​ຂໍ້​ກຳນົດ​ຫ້າ​ມສູບຢາ​ຢູ່​ບ່ອນ​ເຮັດ​ວຽກ, ​ໂຮງຮຽນ, ​ໂຮງໝໍ... ຢ່າງ​ເຂັ້ມ​ງວດຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ຕ້ານ​ຜົນ​ຮ້າຍ​ຈາກ​ຢາສູບ. ທ່ານ​ນາງຮອງ​ລັດຖະມົນຕີ ຫງວຽນ​ທິຊວຽນ ​ເວົ້າ​ວ່າ.

        “ການສົມ​ທັບ​ກັນລະຫວ່າງ​ຂະ​ແໜງ​ເພື່ອຕິດຕາມ, ກວດກາ ​ແລະ ປັບ​ໄໝ​ບັນດາ​ກໍລະນີ​ລະ​ເມີດ​ການ​ຫ້າມ​ໂຄສະນາ​ຢາສູບ. ນີ້​ແມ​່ນໜຶ່ງ​ໃນ​ບັນດາບັນຫາ​ໃຫ​້ບຸລິມະສິດ​ໃນ​ວຽກ​ງານ​ປ້ອງ​ກັນ ຕ້ານ​ຜົນ​ຮ້າຍ​ຈາກ​ຢາ​ສູບ​ໃນປະຈຸ​ບັນ​ຢູ່​ຫວຽດນາມ ​ເພື່ອ​ປະກອບສ່ວນ​ບັນລຸ​ໄດ້​ຈຸດໝາຍ​ຫລຸ​ດຜ່ອນ​ອັນ​ຕາ​ຜູ້ສູບຢາ, ຫລຸ​ດຜ່ອນອັດຕາເຈັບ​ເປັນ ​ແລະ ​ເສຍ​ຊີວິດ ຍ້ອນ​ສູບຢາ​ຢ່າງ​ໝັ້ນ​ຄົງ ​ແລະ ມີ​ປະສິດທິ​ຜົນ.”

ຂ່າວ/ບົດ​ອື່ນ